ປະຊາຄົມຊາວຫວຽດນາມອາໄສຢູ່ລາວ
(ພາບປະກອບ:vietnamplus.vn)
(vovworld)- ວັນທີ 17/6, ຢູ່ນະຄອນຫລວງປາຣີ ປະເທດຝະລັ່ງ ໄດ້ຈັດກອງປະຊຸມຂັ້ນລັດຖະມົນຕີກ່ຽວກັບປະຊາຄົມຊາວຕ່າງດ້າວ ໂດຍມີການເຂົ້າຮ່ວມຂອງ 33 ຄະນະຜູ້ແທນຕ່າງປະເທດ, ໃນນັ້ນມີຫວຽດນາມ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນຈຳນວນໜຶ່ງ. ທີ່ກອງປະຊຸມ, ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ແລກປ່ຽນບົດຮຽນ ແລະ ຂໍ້ມູນຂ່າວສານຕົວຈິງຂອງແຕ່ລະປະເທດໃນການນຳໃຊ້ບັນດານະໂຍບາຍກ່ຽວຂ້ອງເຖິງວົງຄະນາຍາດຊຸມຊົນຢູ່ຕ່າງປະເທດ ແລະ ການປະກອບສ່ວນຂອງເຂົາເຈົ້າຢູ່ປະເທດທີ່ຕົນຢູ່ອາໄສ ກໍ່ຄືເຂົ້າໃນການພັດທະນາເສດຖະກິດສັງຄົມຂອງປະເທດຕົນ ແລະ ການພົວພັນຂອງປະຊາຄົມນີ້ກັບລັດຂອງແຕ່ລະປະເທດ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເຢືອງຈິຢຸງ ເອກອັກຄະລັດຖະທູດຫວຽດນາມ ປະຈຳຝະລັ່ງ ຊີ້ແຈງວ່າ: ຍາມໃດ, ຫວຽດນາມ ກໍ່ຕີລາຄາສູງບົດບາດຂອງຊາວຫວຽດນາມ ກ່ວາ 4,5 ລ້ານຄົນທີ່ພວມອາໄສຢູ່ກ່ວາ 100 ປະເທດ ແລະ ເຂດແຄ້ວນໃນໂລກ, ໃນນັ້ນມີປະຊາຄົມຊາວຫວຽດນາມ 300.000 ຄົນອາໄສຢູ່ຝະລັ່ງ . ທ່ານເອກອັກຄະລັດຖະທູດເຢືອງຈິຢຸງ ໃຫ້ຮູ້ວ່າ: ຍາມໃດ, ລັດຫວຽດນາມ ກໍ່ໄດ້ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເຂົ້າຮ່ວມໂດຍກົງເຂົ້າໃນບັນດາເຫດການການເມືອງສຳຄັນຂອງປະເທດຊາດ. ນອກຈາກນັ້ນແລ້ວ, ປະຈຸບັນ, ຫວຽດນາມ ຍັງມີແຜນນະໂຍບາຍສ້າງບັນດານະໂຍບາຍດຶງດູດຊາວຫວຽດນາມ ອາໄສຢູ່ຕ່າງປະເທດລົງທຶນ, ດຳເນີນທຸລະກິດໃຫ້ສົມບູນແບບ, ເສີມຂະຫຍາຍຄວາມສາມາດຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເຮັດການບໍລິການ, ສ້າງ ແລະ ເປີດກ້ວາງລະບົບຈຳໜ່າຍສິນຄ້າຫວຽດນາມ, ບັນດາການພົວພັນຮ່ວມມື ແລະ ລົງທຶນກັບບັນດາວິສາຫະກິດ, ອົງການຈັດຕັ້ງ ແລະ ສ່ວນບຸກຄົນຊາວຕ່າງປະເທດ.