ຫວຽດນາມເຂົ້າຮ່ວມງານຕະຫຼາດນັດການທ່ອງທ່ຽວອາຊີ-ປາຊີຟິກ2016ຢູ່ອິນໂດເນເຊຍ

ຫວຽດນາມເຂົ້າຮ່ວມງານຕະຫຼາດນັດການທ່ອງທ່ຽວອາຊີ-ປາຊີຟິກ2016ຢູ່ອິນໂດເນເຊຍ - ảnh 1
ຮ້ານວາງສະແດງຂອງ ຫວຽດນາມ ທີ່ງານຕະຫຼາດນັດ

(ພາບ: baochinhphu.vn)

(vovworld) – ​ວັນ​ທີ 8/9, ຢູ່​ແຂວງ Banten, ປະ​ເທດ ອິນ​ໂດ​ເນ​​ເຊຍ ​ໄດ້​​ໄຂ​ງານ​ຕະຫຼາດນັດ​ການ​ທ່ອງ​ທ່ຽວ ອາຊີ - ປາຊີ​ຟິກ (PATA) 2016 ຂຶ້ນ. ​ເຫດການ​ນີ້​​ໂດຍ​ສະຫະ​ສະມາຄົມ ອາຊີ - ປາຊີ​ຟິກ, ກະຊວງ​ການທ່ອງທ່ຽວ ອິນ​​ໂດ​ເນ​ເຊຍ ສົມທົບ​ກັບ​ແຂວງ Banten ​ຈັດ​ຕັ້ງ, ​ໄດ້ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ກ່ວາ 1.000 ຄົນທີ່​ມາ​ຈາກກ່ວາ 60 ປະ​ເທດ​ໃນ​ໂລກ​ເຂົ້າ​ຮ່ວມ. ນີ້​ແມ່ນ​ງານ​ຕະຫຼາດນັດ​ດ້ານການ​ຄ້າ​ການທ່ອງທ່ຽວ​ແຖວ​ໜ້າຂອງ​ອາຊີ - ປາຊີ​ຟິກ, ມີ​ລັກສະນະ​ເຊື່ອມ​ຕໍ່ ​ແລະ ​ແມ່ນ​ກາລະ​ໂອກາດ​ທີ່​ດີ​ເພື່ອ​ຊ່ວຍ​ບັນດາ​ອົງການ​ທ່ອງ​ທ່ຽວ​ສຳ​ພັດ​ກັບບັນດາ​ຜູ້​ຜະລິດ, ຕອບ​ສະໜອງ​ບັນດາ​ຄຳ​ຮຽກຮ້ອງ​ຕ້ອງການ​ຂອງ​ລູກ​ຄ້າ, ​ເປີດ​ກ້ວາງ​ເຄືອ​ຂ່າຍ ​ແລະ ສ້າງ​ຕັ້ງ​ບັນດາ​ການ​ພົວພັນ​ຮ່ວມ​ມື​ໃນ​ຂົງ​ເຂດ​ການທ່ອງທ່ຽວ. ຄະນະ​ຜູ້​ແທນ ຫວຽດນາມ ມີຜູ​້ຕາງໜ້າ​ກະຊວງ​ວັດທະນະທຳ, ກິລາ ​ແລະ ການທ່ອງທ່ຽວ, ກົມ​ໃຫຍ່​ທ່ອງ​ທ່ຽວ ຫວຽດນາມ ພ້ອມ​ກັບ​ບໍລິສັດ​ການບິນ​ແຫ່ງ​ຊາດ ຫວຽດນາມ (Vietnam Airlines) ​ແລະ ວິ​ສາ​ຫະກິດທ່ອງ​ທ່ຽວ 6 ​ແຫ່ງ​ເຂົ້າ​ຮ່ວມ​ງານ​ຕະຫຼາດນັດ​ດ້ວຍ​​ເຂດວາງສະ​ແດງ​ກ້ວາງ​ເກືອບ 80 ຕາ​ແມັດ.


ຂ່າວ/ບົດ​ອື່ນ