ຫວຽດນາມເຂົ້າຮ່ວມ COP-17

ຫວຽດນາມ​ມີ​ຄວາ​ມຮັບຜິດຊອບ​ປ້ອງ​ກັບ​ປະຊາ​ຄົມ​ໂລກ ປະຕິບັດ​ບັນດາ​ຄຳໝັ້ນສັນຍາ ​ທີ່​ບັນລຸ​ໄດ້​ທີ່​ກອງ​ປະຊຸມ​ຄັ້ງກ່ອນໆ​ຂອງ​ສະຫະ​ປະຊາ​ຊາດ ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ເຈີ່ນ​ຮົ່ງຮ່າ ຮອງ​ລັດ​ຖະມົນຕີ​ກະຊວງ​ຊັບພະຍາກອນ ​ແລະ​ສິ່ງ​ແວດ​ລອ້ມຫວຽດນາມ, ຫົວໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ​ເຂົ້າຮ່ວມ ກອງ​ປະຊຸມ​​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດຄັ້ງທີ 17 ຫລື COP-17 ພວມ​ດຳ​ເນີນ​ໄປ​ຢູ່ນະຄອນ Durban ປະ​ເທດ​ອາ​ຟຼິກກາ​ໃຕ້. ທ່ານ​ຮອງ​ລັດຖະມົນຕີ​ເຈີ່ນ​ຮົ່ງຮ່າ​ໃຫ້​ຮູ້​ວ່າ: ຫວຽດນາມ​ສະໜັບສະໜູນ​ທັດສະນະ​ຂອງ​ບັນດາ​ປະ​ເທດ​ພວມ​ພັດທະນາ ​ແລະ​ຂອງ​ສະຫະພາບ​ເອີ​ລົບ ​ໃນ​ການ​ຜັນ​ຂະຫຍາຍ​ການ​ປະຕິບັດ​ບັນດາ​ຄຳໝັ້ນສັນຍາ ​ແລະ​ຂໍ້​ລິ​ເລີ່​ມຕ້ານການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດທົ່ວ​ໂລກ
ຂ່າວ/ບົດ​ອື່ນ