ຫວຽດນາມແລະກຳປູເຈຍເຫັນດີເປັນເອກະສັນຮ່ວມມືຢ່າງແໜ້ນແຟ້ນຕ້ານທຳລາຍບັນດາອິດທິກຳລັງທີ່ເປັນປໍລະປັກ

ຫວຽດນາມແລະກຳປູເຈຍເຫັນດີເປັນເອກະສັນຮ່ວມມືຢ່າງແໜ້ນແຟ້ນຕ້ານທຳລາຍບັນດາອິດທິກຳລັງທີ່ເປັນປໍລະປັກ - ảnh 1
ທ່ານພົນ​ເອກ ເຈີ່ນ​ດ້າຍກວາງ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ Hunsen

(vovworld) –  ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ​ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ Sar Kheng, ວັນ​ທີ 16/1, ຄະ​ນະ​ຜູ້​ແທນ​ຂັ້ນ​ສູງກະ​ຊວງ​ຕຳຫຼວດ ຫວຽດ​ນາມ ໂດຍ​ທ່ານພົນ​ເອກ ເຈີ່ນ​ດ້າຍກວາງ, ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຕ​ຳຫຼ​ວດ ນຳ​ໜ້າໄດ້ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ກັບ​ກະ​ຊວງ​ພາຍ​ໃນ ກຳ​ປູ​ເຈຍ, ໂດຍ​ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ Sar Kheng ນຳ​ໜ້າ. 2 ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ສັນ​ບັນ​ດາ​ມາ​ດ​ຕະ​ການ​ເພີ່ມ​ທະ​ວີ​ຢ່າງ​ແໜ້ນ​ແຟ້ນ ໃນ​ການ​ຕໍ່​ສູ້​ປ້ອງ​ກັນ, ຕ້ານ​ກົນ​ອຸ​ບາຍ ແລະ ການ​ເຄື່ອນ​ໄຫວ​ຂອງ​ບັນ​ດາ​ອິດ​ທິ​ກຳ​ລັງ​ທີ່​ເປັນ​ປໍ​ລະ​ປັກ​ເພື່ອ​ແນ​ໃສ່​ມ້າງ​ທຳ​ລາຍ​ຄວາມ​ສາ​ມັກ​ຄີ, ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່າງ 2 ຊາດ, ສົ່ງ​ຜົນ​ຮ້າຍ​ເຖິງ​ຄວາມ​ສະ​ຫງົບ​ແຫ່ງ​ຊາດ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ຄວາມ​ປອດ​ໄພ​ທາງ​ສັງ​ຄົມ​ຂອງ​ແຕ່​ລະ​ປະ​ເທດ. 2 ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ສັນ​ສືບ​ຕໍ່​ຜັນ​ຂ​ະ​ຫຍາຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ວຽກ​ງານ​ສົມ​ທົບ​ກັນ​ຮັບ​ປະ​ກັນ​ຄວາມ​ສະ​ຫງົບ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ເຂດ​ຊາຍ​ແດນ 2 ປະ​ເທດ ແລະ ເຂດ​ສາມ​ຫຼ່ຽມ​ພັດ​ທະ​ນາ, ປະ​ກອບ​ສ່ວນກໍ່​ສ້າງ​​ຊາຍ​ແດນ​ມິດ​ຕະ​ພາບ, ສັນ​ຕິ​ພາບ​ລະ​ຫວ່າງ 2 ປະ​ເທດ ຫວຽດ​ນາມ ແລະ ກຳ​ປູ​ເຈຍ. ເມື່ອ​ສິ້ນ​ສຸດ​ການ​ເຈ​ລະ​ຈາ​ທ່ານ ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ ເຈີ່ນ​ດ້າຍກວາງ ແລະ ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ Sar Kheng ໄດ້​ເຊັນ​ແຜນ​ການ​ຮ່ວມ​ມື​ລະ​ຫວ່າງ 2 ກະ​ຊວງ​ປີ 2015.

ຂ່າວ/ບົດ​ອື່ນ