ຫວຽດນາມແລະສເກົາຫລີຍູ້ແຮງການພົວພັນຮ່ວມມືຍຸດທະສາດ


(vovworld)- ​ຕອນ​ເຊົ້າ​ວັນ​ທີ 2/10 ຢູ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ທີ່​ນະ​ຄອນ​ຫລວງ ເຊີ​ອູນ, ທ່ານ​ນາງ Park Geun Hye ປະ​ທາ​ນາ​ທິ​ບໍ​ດີ ສ​ເກົາ​ຫລີ ເປັນ​ເຈົ້າ​ພາບ​ພິ​ທີ​ຕ້ອນ​ຮັບ ແລະ ເຈ​ລະ​ຈາ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູຈ້ອງ ພວມ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ເຖິງ ສ​ເກົ​າ​ຫລີ. ພາຍ​ຫລັງ​ພິ​ທີ​ຕ້ອນ​ຮັບ, ທ່ານ​ນາງ ປະ​ທາ​ນາ​ທິ​ບໍ​ດີ Park Geun Hye ໄດ້​ເຈ​ລະ​ຈາ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ. ນະ​ທີ່ນີ້, ທ່ານ​ນາງ Park Geun Hye ເນັ້ນ​ຫນັກ​ວ່າ:

        “ນັບ​ແຕ່​ເມື່ອ​ສອງ​ປະ​ເທດ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດໃນ​ປີ 1992, ສ​ເກົາ​ຫລີ ແລະ ຫວຽດ​ນາມ ກາຍ​ເປັນ​ຄູ່​ຮ່ວມ​ມື​ສຳ​ຄັນ​ໃນ​ທຸກ​ຂົງ​ເຂດ​ຄື: ການ​ເມືອງ, ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ເສດ​ຖະ​ກິດ, ການ​ຄ້າ, ວັດ​ທະ​ນະ​ທຳ​ສັງ​ຄົມ ແລະ ການ​ພົບ​ປະ​ແລກ​ປ່ຽນ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ. ຂ້າ​ພະ​ເຈົ້າ​ຕີ​ລາ​ຄາ​ສູງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດ​ຖະ​ກິດ​ລະ​ຫວ່າງ​ສອງ​ປະ​ເທດ, ເປີດກວ້າງ​ການ​ຮ່ວມ​ມື​ຢ່າງ​ແທດ​ຈິງ​​ຫລາຍ​ຢ່າງພາ​ຍ​ຫລັງ​ສອງ​ປະ​ເທດ​ຍົກ​ການ​ພົວ​ພັນ​ເປັນ​ຄູ່​ຮ່ວມ​ມື, ການ​ຮ່ວມ​ມືຍຸດ​ທະ​ສາດແຕ່​ປີ 2009.”

 ຫວຽດນາມແລະສເກົາຫລີຍູ້ແຮງການພົວພັນຮ່ວມມືຍຸດທະສາດ - ảnh 1
ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ​ຢ້ຽມ​ຢາມ
ສ​ເກົາ​ຫລີ
ພາບ:vov

        ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ສະ​ແດງ​ຄວາມ​ພາກ​ພູມ​ໃຈ​ທີ່​ໄດ້​ກັບ​ຄືນ​ຢ້ຽມ​ຢາມ​ສ​ເກົາ​ຫລີ ແລະ ໄດ້​ພົບ​ປະ​ກັບ​ທ່ານ​ນາງປະ​ທາ​ນາ​ທິ​ບໍ​ດີ Park Geun Hye ແມ່ນ​ເພື່ອນ​ສະ​ຫນິດ​ສະ​ຫນົມ​ຂອງ​ຫວຽດ​ນາມ.

        “ຂ້າ​ພະ​ເຈົ້າ​ຂອບ​ອົກ​ຂອບ​ໃຈ​ທ່ານ​ນາງ​ປະ​ທາ​ນາ​ທິ​ບໍ​ດີ, ລັດ​ຖະ​ບານ ແລະ ປະ​ຊາ​ຊົນ ສ​ເກົາ​ຫລີ ທີ່​ໄດ້​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດ​ນາມ ຢ່າງ​ສະ​ຫນິດ​ສະ​ຫນົມ. ຂ້າ​ພະ​ເຈົ້າ​ຂໍ​ອວຍ​ພອນ​ ທ່ານ​ນາງປະ​ທາ​ນາ​ທິ​ບໍ​ດີ Park Geun Hye ແລະ ລັດ​ຖະ​ບານ ກ່ຽວ​ກັບ​ບັນ​ດາ​ຜົນ​ງານ​ປະ​ຕິ​ຮູບ ແລະ ພັດ​ທະ​ນາ​ສັງ​ຄົມ, ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ​​ຂອງ ສ​ເກົາ​ຫລີໃນ​ເວ​ທີ​ສາ​ກົນ.”

        ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ແລະ ທ່ານ​ນາງປະ​ທາ​ນາ​ທິ​ບໍ​ດີ Park Geun Hye ເຫັນ​ດີ​ກ່ຽວ​ກັບ​ບັນ​ດາ​ມາດ​ຕະ​ການ​ໃຫຍ່ ເພື່ອ​ຍູ້​ແຮງການ​ພົວ​ພັນ​​ຄູ່​ຮ່ວມ​ມື ການຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ສ​ເກົາ​ຫລີ ໃຫ້​ເລິກ​ເຊິ່ງ ຮອບ​ດ້ານກວ່າ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ສອງ​ຝ່າຍ​ເນັ້ນ​ຫນັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ເລື່ອ​ງ​ຊຸກ​ຍູ້​ການ​ພ​ົວ​ພັນ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ລະ​ຫວ່າງ​ສອງ​ປະ​ເທດ, ສູ້​ຊົນ​ບັນ​ລຸ​ຈຸດ​ໝາຍ​ຍົກ​ວົງ​ເງິນ​ການ​ຄ້າ​ຮອດ​ປີ 2020 ແມ່ນ 70 ຕື້ USD, ເຫັນ​ດີ​ເປັນ​ເອ​ກະ​ສັນ​ກັນ​ຍູ້​ໄວ​ການ​ເຈ​ລະ​ຈາ​ສັນ​ຍາ​ການ​ຄ້າ​ເສ​ລີ​ສອງ​ຝ່າຍ ຫວຽດ​ນາມ - ສ​ເກົາ​ຫລີ (FTA) ສຳ​ເລັດ​ໃນ​ທ້າຍ​ປີ 2014. ທ່ານ​ນາງ​ປະ​ທາ​ນາ​ທິ​ບໍ​ດີ Park Geun Hye ໃຫ້​ຄຳ​ໝັ້​ນ​ໝາຍ: ຝ່າຍ ສ​ເກົາ​ຫລີ ຈະ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ສິນ​ຄ້າ ຫວຽດ​ນາມ ສົ່ງ​ໄປ​ຂາຍ​ຢູ່ ສ​ເກົາ​ຫລີ ແລະ ສະ​ຫນັບ​ສະ​ຫນູນ ຫວຽດ​ນາມ ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ​ສຸດ​ຍອດ APEC 2017, ຊົມ​ເຊີຍ​ຫວຽດ​ນາມ​ເຂົ້າ​ຮ່ວມ ແລະ ປະ​ກອບ​ສ່ວນ​ໃຫ້​ແກ່​ຜົນ​ສຳ​ເລັດ​ຂອງກອງ​ປະ​ຊ​ຸມ​ສຸດຍອດ​ພິ​ເສດ ສ​ເກົາ​ຫລີ - ອາ​ຊຽນ ໃນ​ທ້າຍ​ປີ 2014.

ສິ້ນ​ສຸດ​ການ​ເຈ​ລະ​ຈາ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ແລະ ທ່ານ​ນາງ​ປະ​ທາ​ນາ​ທິ​ບໍ​ດີ Park Geun Hye ພ້ອມ​ກັນ​ເປັນ​ສັກ​ຂິ​ພິ​ຍານ​ພິ​ທີ​ລົງ​ນາມ​ໃນ​ເອ​ກະ​ສານ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ 4 ສະ​ບັບ.

ຂ່າວ/ບົດ​ອື່ນ