ຫວຽດນາມ-ໂປໂລຍຊຸກຍູ້ການພົວພັນເສດຖະກິດ-ການຄ້າ

ຫວຽດນາມ-ໂປໂລຍຊຸກຍູ້ການພົວພັນເສດຖະກິດ-ການຄ້າ - ảnh 1
ພາບປະກອບ

(vovworld) –  ເນື່ອງໃນໂອກາດການຢ້ຽມຢາມຂອງຮອງລັດຖະມົນຕີການຕ່າງປະເທດ ໂປໂລຍ Katarzyna Kacpercryk ພ້ອມກັບກ່ວາ 50 ວິສາຫະກິດມາຢ້ຽມຢາມ ຫວຽດນາມ ແຕ່ວັນທີ 10 – 14/6/2014, ສະຖານທູດ ໂປໂລຍ ປະຈຳ ຫວຽດນາມ ສົມທົບກັບຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ຈັດຕັ້ງ “ເວທີປາໄສເສດຖະກິດ ຫວຽດນາມ - ໂປໂລຍ” ໃນວັນທີ 11/6, ຢູ່ຮ່າໂນ້ຍ. ເວທີປາໄສເພື່ອແນໃສ່ຊຸກຍູ້, ເພີ່ມທະວີການພົວພັນເສດຖະກິດ - ການຄ້າ 2 ປະເທດໃຫ້ສົມກັບລະດັບການພັດທະນາໃນໄລຍະປະຈຸບັນ. ກ່າວຄຳເຫັນທີ່ເວທີປາໄສ, ທ່ານຮອງລັດຖະມົນຕີການຕ່າງປະເທດ ໂປໂລຍ Katarzyna Kacpercryk ເນັ້ນໜັກວ່າ: ບັນດາວິສາຫະກິດ ໂປໂລຍ ມາ ຫວຽດນາມ ຄັ້ງນີ້ບໍ່ພຽງແຕ່ແນໃສ່ເປີດກ້ວາງການ ພົວພັນດ້ານການຄ້າກັບບັນດາວິສາຫະກິດ ຫວຽດນາມ ເທົ່ານັ້ນ ຫາກຍັງຊອກຫາກາລະໂອກາດ ເພື່ອລົງທຶນເຂົ້າຕະຫຼາດ ຫວຽດນາມ ດ້ວຍບັນດາຮູບແບບທີ່ອຸດົມສົມບູນ. ທ່ານຮອງລັດຖະມົນຕີການຕ່າງປະເທດ ຢືນຢັນວ່າ: ຫວຽດນາມ ແມ່ນສະຖານທີ່ລົງທຶນເຊິ່ງ ບັນດາວິສາຫະກິດ ໂປໂລຍ ພວມມຸ່ງໄປເຖິງ.

ຂ່າວ/ບົດ​ອື່ນ