ຫວຽດນາມໃຫ້ຄຳໝັ້ນສັນຍາສືບຕໍ່ພ້ອມກັບບັນດາປະເທດຕ້ານການກະທົບຈາກການປ່ຽນແປງຂອງດິນຟ້າອາກາດຕໍ່ສິດທິມະນຸດ

ຫວຽດນາມໃຫ້ຄຳໝັ້ນສັນຍາສືບຕໍ່ພ້ອມກັບບັນດາປະເທດຕ້ານການກະທົບຈາກການປ່ຽນແປງຂອງດິນຟ້າອາກາດຕໍ່ສິດທິມະນຸດ - ảnh 1
ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ແທງ​ຈູງ ທີ່ກອງ​ປະ​ຊຸມ​ສະ​ພາ​ສິດ​ທິ​ມະ​ນຸດ
ພາບ:doisongphapluat
(vovworld)- ​ ​ ​ ວັນ​ທີ 16/6, ຢູ່ ນອກກອງ​ປະ​ຊຸມ​ສາ​ມັນ​ຄັ້ງ​ທີ 32 ສະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ ຢູ່ ເຊີ​ແນວ ປະ​ເທດ ສະ​ວິດ, ຫວຽດ​ນາມ ພ້ອມ​ກັບ ຟິ​ລີບ​ປີນ, ບັງ​ກ​ະ​ລາ​ເທດ, ຊື່ງ​ແມ່ນ​ສາມ​ປະ​ທດ​ໃນ​ກຸ່ມ​ຫລັກ​ແຫລ່ງ​ຂອງ​ຂໍ້​ລິ​ເລີ່ມ​ຊຸກ​ຍູ້​ການ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ກະ​ທົບ​ຈາກ​ກາ​ນ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຕໍ່​ສິດ​ທິ​ມະ​ນຸດ ໄດ້​​ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ ແລະ ເຂົ້າ​ຮ່ວມ​ການ​ປຶກ​ສາ​ຫາ​ລື ທີ່​ການ​​ພົບ​ປະ​ສົນ​ທະ​ນາ​ສາ​ກົນ​ແນະ​ນຳ​ບົດ​ລາຍ​ງານ​ຄົ້ນ​ຄ້​ວາ​ກ່ຽວ​ກັບ​ການ​ກະ​ທົບ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຕໍ່​ສິດ​ສາ​ທາ​ລະ​ນະ​ສຸກ.

        ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ສົນ​ທະ​ນາ, ທ່ານ ຫງວຽນ​ຈູງ​ແທ່ງ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ, ຫົວ​ຫນ້າ​ຄະ​ນະ​ຜູ້​ຕາງ​ຫນ້າ​ຫວຽດ​ນາມ ຢູ​່ ສ​ປ​ຊ, ອົງ​ການ​ການ​ຄ້າ​ໂລກ ແລະ ບັນ​ດາ​ອົງ​ການ​ສາ​ກົນ ຢູ່ ເຊີ​ແນວ ໄດ້​ຕີ​ລາ​ຄາ​ສູງ​ການ​ຄົ້ນ​ຄ້​ວາ​ໂດຍ​ຫ້ອງ​ການ​ຂ້າ​ຫລວງ​ໃຫຍ່ ສິດ​ທິ​ມະ​ນຸດ ປະ​ຕິ​ບັດ ໄດ້ຖື​ວ່າ: ບັນ​ດາ​ການ​ກະ​ທົບ​ຈາກ​ການ​ປ່ຽ​ນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຕໍ່​ສິດ​ສາ​ທາ​ລະ​ນະ​ສຸກ ກໍ​ແມ່ນ​ບັນ​ດາ​ບັນ​ຫາ​ຊື່ງ​ຫວຽດ​ນາມ ພວມ​ປ​ະ​ເຊີນ​ຫນ້າ. ໂດຍນອນ​ໃນ ກຸ່ມ 5 ປະ​ເທດ ຖືກ​ຜົນ​ກະ​ທົບ​ຫນັກ​ຫນ່ວງ​ສຸດ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ຕາມ​ການ​ຄາດ​ຄະ​ເນ ແຕ່ນີ້​ຮອດ​ທ້າຍ​ສັດ​ຕະ​ວັດ​ທີ 21, ແຕ່​ລະ​ປີ ລະ​ດັບ​ເພີ່ມ​ຂຶ້ນ​ຂອງ​ອຸນ​ຫະ​ພູມແມ່ນເພີ່ມ​ແຕ່ 2-3 ອົງ​ສາC, ເຮັດ​ໃຫ້​ລະ​ດັບ​ນ້ຳ​ທະ​ເລ​ອາດ​ຈະ​ເພີ່ມ​ຂຶ້ນ​ປະ​ມານ 1 ແມັດ ກໍ່​ຄວາມ​ເສຍ​ຫາຍ 10%  GDP. ຕໍ່​ຫນ້າ​ສິ່ງ​ທ້າ​ທາຍ​ດັ່ງ​ກ່າວ, ຫວຽດ​ນາມ ເນັ້ນ​ຫນັກ​ຢ່າງ​ແຮງວ່າ ບັນ​ດາ​ປະ​ເທດ​ຄວນ​ເອົາ​ໃຈ​ໃສ່​ປະ​ສານ​ສົມ​ທົບ​ບັນ​ດາ​ມາດ​ຕະ​ການ​ຮັກ​ສາ​ສຸ​ຂະ​ພາບ​ໃຫ້​ແກ່​ວົງ​ຄະ​ນາ​ຍາ, ຄ້ຳ​ປະ​ກັນ​ສະ​ບຽງ​ອາ​ຫານ, ຮັບ​ປະ​ກັນ​ດ້ານ​ເຮືອນ​ຢູ່, ການ​ສຶກ​ສາ​ເຂົ້າ​ໃນ​ບັນ​ດາ​ໂຄງ​ການ ແລະ ນະ​ໂຍ​ບາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ.

ຕອບກັບ

ຂ່າວ/ບົດ​ອື່ນ