( ພາບປະກອບ )
(vovworld) - ຕາມບົດລາຍງານລ້າສຸດຂອງອົງການກາເຟສາກົນ (ICO), ຫວຽດນາມ ໄດ້ລື່ນ Braxin ກາຍເປັນປະເທດສົ່ງອອກກາເຟອັນດັບຫນຶ່ງຂອງໂລກ. ຕາມ ICO ແລ້ວ, ໃນ 6 ເດືອນຕົ້ນປີ 2012, ວົງເງິນສົ່ງອອກກາເຟຂອງຫວຽດນາມ ສູງກວ່າ Braxin 13%, ເຮັດໃຫ້ ຫວຽດນາມ ແມ່ນປະເທດສົ່ງອອກກາເຟອັນດັບຫນຶ່ງຂອງໂລກ. ກ່ອນຫນ້ານັ້ນ ຫວຽດນາມ ພຽງແມ່ນປະເທດສົ່ງອອກກາເຟ robusta ອັນດັບຫນຶ່ງຂອງໂລກ. ບັນດາຕະຫລາດຕົ້ນຕໍທີ່ຫວຽດນາມ ສົ່ງໄປຂາຍ ນັ້ນແມ່ນ: ອາເມລິກາ, ຍີ່ປຸ່ນ ເອີລົບ, ເຢຍລະມັນ, ອີຕາລີ, ແບນຊິກ.