ຫວຽດນາມ- ກຳປູເຈຍ -ລາວເພີ່ມທະວີການຮ່ວມມືປ້ອງກັນ,ຕ້ານອາດຊະຍາກຳຢາເສບຕິດ ວັນພຸດ ທີ 7 ທັນວາ ຄ.ສ. 2016 | 14:13:23 ພາບປະກອບ (vovworld) – ວັນທີ 6/12, ຢູ່ນະຄອນຫຼວງ ພະນົມເປັນ, ປະເທດ ກຳປູເຈຍ, ໄດ້ໄຂກອງປະຊຸມ 3 ຝ່າຍ ແລະ 2 ຝ່າຍຂັ້ນລັດຖະມົນຕີຄັ້ງທີ 16 ລະຫວ່າງ ຫວຽດນາມ, ກຳປູເຈຍ ແລະ ລາວ, ກ່ຽວກັບການປ້ອງກັນ, ຕ້ານຢາເສບຕິດ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານພົນໂທ ເລກູ໋ຍເວືອງ, ຮອງລັດຖະມົນຕີກະຊວງຕຳຫຼວດ ນຳໜ້າ. ຄະນະຜູ້ແທນກຳປູເຈຍ ໂດຍທ່ານຮອງປະທານຄະນະກຳມະການແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານຢາເສບຕິດ Kao Khondara, ເປັນຫົວໜ້າຄະນະ. ຄະນະຜູ້ແທນລາວໂດຍທ່ານປະທານຄະນະກຳມະການແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານຢາເສບຕິດ ກຸ ຈັນສີນາ ນຳໜ້າ. ກ່າວບົດທາບທາມຄວາມເຫັນທີ່ກອງປະຊຸມ, ພົນຕີ ດົ່ງດ້າຍໂລກ, ຮອງຫົວໜ້າກົມໃຫຍ່ຕຳຫຼວດ ເນັ້ໜັກວ່າ: ໃນໄລຍະຜ່ານມາ, ວຽກງານຮ່ວມມືປ້ອງກັນ, ຕ້ານຢາເສບຕິດຜ່ານຊາຍແດນລະຫວ່າງບັນດາແຂວງຊາຍແດນລະຫວ່າງ ຫວຽດນາມ, ກຳປູເຈຍ ແລະ ລາວ ສືບຕໍ່ໄດ້ຮັບການຍູ້ແຮງ. ບັນດາການເຄື່ອນໄຫວຮ່ວມມືໄດ້ຮັບການຜັນຂະຫຍາຍປະຕິບັດມີຫຼາຍຮູບຫຼາຍແບບດ້ານເນື້ອໃນ ແລະ ຮູບການ, ປະກອບສ່ວນຮັກສາສະຖຽນລະພາບດ້ານການເມືອງ, ຄວບຄຸມການເຄື່ອນໄຫວອາດຊະຍາກຳຢາເສບຕິດສວຍໃຊ້ເສັ້ນທາງຊາຍແດນລະຫວ່າງ 3 ປະເທດ. ຝ່າຍ ຫວຽດນາມ ໄດ້ຈັດຕັ້ງ 15 ຊຸດຝຶກອົບຮົມໃຫ້ພະນັກງານເຮັດວຽກງານປ້ອງກັນ, ຕ້ານຢາເສບຕິດຂອງ ກຳປູເຈຍ ແລະ ລາວ ລວມ 272 ຄົນ. ໃນເວລາ 2 ວັນ, ນອກຈາກກອງປະຊຸມ 3 ຝ່າຍແລ້ວ, ບັນດາຜູ້ແທນຂະແໜງຕຳຫຼວດ 3 ປະເທດ ຫວຽດນາມ, ລາວ ແລະ ກຳປູເຈຍ ກໍ່ມີບັນດາກອງປະຊຸມ 2 ຝ່າຍຂັ້ນລັດຖະມົນຕີລະຫວ່າງ ຫວຽດນາມ - ກຳປູເຈຍ, ລະຫວ່າງ ຫວຽດນາມ - ລາວ, ລະຫວ່າງ ກຳປູເຈຍ - ລາວ ກ່ຽວກັບການຮ່ວມມືປ້ອງກັນ, ຕ້ານຢາເສບຕິດ. Tag vovworld ຢາເສບຕິດ ຂ່າວ/ບົດອື່ນ ສືບຕໍ່ຍູ້ແຮງບັນດາເສົາຄ້ຳຮ່ວມມື ຫວຽດນາມ - ລາວ ນັກທຸລະກິດຍິງ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ແລະ ການພັດທະນາເສດຖະກິດສີຂຽວ ການນຳພັກ, ລັດ ລາວ ຕີລາຄາສູງການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດ ການສອບເສັງຊອກຮູ້ກ່ຽວກັບໄຊຊະນະ ດ້ຽນບຽນຝູ ແລະ ສັນຍາ ເຊີແນວ 1954 ຢູ່ ລາວ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພົບປະກັບທ່ານສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ການຕ້ອນຮັບການນຳບັນດາກຸ່ມບໍລິສັດແຖວໜ້າ ສ.ເກົາຫຼີ
ສະມາຄົມອາຊີບຫາປາ ຫວຽດນາມ ຄັດຄ້ານຕໍ່ເລື່ອງ ຈີນ ຫ້າມຫາປາຢູ່ທະເລຕາເວັນອອກປີ 2022 ຕາມລຳພັງໃຈ
ງານວາງສະແດງຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ແຂວງ ບັກຢາງ