ຫວຽດນາມ - ກຳປູເຈຍ ເພີ່ມທະວີການຮ່ວມມືໃນຂົງເຂດແຜນການ - ສະຖິຕິ

ຫວຽດນາມ - ກຳປູເຈຍ ເພີ່ມທະວີການຮ່ວມມືໃນຂົງເຂດແຜນການ - ສະຖິຕິ - ảnh 1
(ຫວຽດນາມ - ກຳປູເຈຍ ເພີ່ມທະວີການຮ່ວມມື
ໃນຂົງເຂດແຜນການ - ສະຖິຕິ)


(vovworld) – ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ, ວັນ​ທີ 10/03, ຢູ່​ຮ່າ​ໂນ້ຍ ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ຄັ້ງ​ທີ 6 ລະຫວ່າງ​ກະຊວງ​ແຜນການ​ ​ແລະ ການ​ລົງທຶນ​ຫວຽດນາມ ​ແລະ ກະຊວງ​ແຜນການ​ລາຊະ​ອານາຈັກ​ກຳປູ​ເຈຍ. ທີ່​ກອງ​ປະຊຸມ, 2 ຝ່າຍ​ໄດ້​ຕີ​ລາຄາ​ໝາກຜົນ​​ແຫ່ງ​ການ​ປະຕິບັດ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການຮ່ວມ​ມື​ລະຫວ່າງ 2 ກະຊວງ​ໃນ​ປີ 2014, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ, ສັງຄົມ​ ​ແລະ ປັບປຸງ​ການ​ພົວພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ອັນ​ດີງາມ, ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ 2 ປະ​ເທດ. ກ່ຽວກັບ​ການ​ຮ່ວມ​ມື​ລະຫວ່າງ​ຂະ​ແໜງ​ແຜນການ​ຂອງ 2 ປະ​ເທດ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ຫວຽດນາມ ບຸ​ຍກວາງ​ວິ​ງ ​ເນັ້ນ​ໜັກ​ວ່າ.

        “ກ່ຽວ​ກັບ​ການ​ຮ່ວມ​ມື​ປີ 2015, 2 ກະຊວງ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ການ​ກໍ່ສ້າງ ກໍ່​ຄື​ຊີ້​ນຳ​ບໍລິຫານ​​ແຜນການ ​ເພື່ອ​ເຮັດ​ແນວ​ໃດ​ປະຕິບັດ​ບົດບາດ, ໜ້າ​ທີ່​​​ເປັນ​ເສນາ​ທິການໃຫ້​ລັດຖະບານ 2 ປະ​ເທດ​ເປັນ​ຢ່າງ​ດີ. 2 ກະຊວງ​ຈະ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນໃນ​ການ​​ຮ່ວມ​ມື, ຮໍ່າຮຽນ​ແລກປ່ຽນ​ບົດຮຽນ​ທີ່​ກ່ຽວຂ້ອງ​ເຖິງ​ຂະ​ແໜງ​ແຜນການ, ການລົງທຶນ​. ພ້ອມ​ທັງ, ​ເພີ່ມ​ທະວີ​ກຳລັງ​ຄວາມ​ສະມາດ​ຂອງ​ພະນັກງານ ຜ່ານ​ການ​ສຶກສາ, ບຳລຸງ​ສ້າງ,​ໄລຍະ​ສັ້ນ ກໍ່​ຄື​ການ​ຢ້ຽມຢາມທັດສະນະ​ສຶກສາ, ສຳ​ຫຼວດ, ​ແລກປ່ຽນ​ບົດຮຽນ​ເຊິ່ງກັນ ​ແລະ ກັນ. ​ເພີ​່ມທະວີ​ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ແວັນບ​ໄຊ​ຂໍ້​ມູນ​ເອ​ເລັກ​ໂຕ​ນິກ​ເຂດ 3 ຫຼ່ຽມພັດທະນາ CLV (ກຳປູ​ເຈຍ - ລາວ - ຫວຽດນາມ), ​ເພື່ອ​​ແນ​ໃສ່​ດຶງ​ດູດ​ການ​ລົງທຶນ, ຊຸກຍູ້​ດ້ານ​ການ​ຄ້າ ​ແລະ ການທ່ອງທ່ຽວ​ໃນ​ເຂດ 3 ຫຼ່ຽມພັດທະນາຂອງ 3 ປະ​ເທດກຳປູ​ເຈຍ - ລາວ - ຫວຽດນາມ”.

        ສິ້ນ​ສຸດ​ກອງ​ປະຊຸມ, 2 ກະຊວງ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ກອງ​ປະຊຸມ​ຄັ້ງ​ທີ 6 ຂັ້ນ​ລັດຖະມົນຕີ​ວ່າການ​ລະຫວ່າງ ກະຊວງ​ແຜນການ​ ​ແລະ ການ​ລົງທຶນ​ຫວຽດນາມ ​ແລະ ກະຊວງ​ແຜນການ​​ແຫ່ງ​ລາ​ຂະ​ອານາຈັກ​ກຳປູ​ເຈຍ, ​ໃນ​ນັ້ນ​ໄດ້​ເປັນ​ເອກ​ະພາບ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ຈຳ​ເປັນ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຂອງ 2 ກະຊວງ ​ແລະ ​ເຫັນ​ດີ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ຕ່າງໆ​ໃນ​ປີ 2015.

ຂ່າວ/ບົດ​ອື່ນ