ຫວຽດນາມ ຄັດຄ້ານ ຈີນ ເລືອກຕັ້ງສະພາປະຊາຊົນຢູ່ນະຄອນ ຊານຊາ
ຄັນທຸງຫວຽດນາມ ເຮັດດ້ວຍເຄື່ອງປັ້ນດິນເຜົາຢູ່ໝູ່ເກາະ ເຈື່ອງຊາ
(ພາບ: ສຳນັກຂ່າວສານຫວຽດນາມ)
(vovworld) – ຕອນຄຳ່ວັນທີ 21/7, ເວັບໄຊ ຂອງວິທະຍຸກະຈາຍສຽງແຫ່ງຊາດ ຈີນ (ຫຼື CNR) ໄດ້ໃຫ້ຂ່າວຂອງນັກຂ່າວ ຈູຢູ໋ງ ໂດຍໃຫ້ຮູ້ວ່າ ໃນວັນທີ 21/7, ຜູ້ມີສິດເລືອກຕັ້ງກ່ວາ 1.100 ຄົນທີ່ຂຶ້ນກັບ 15 ເຂດເລືອກຕັ້ງຢູ່ໝູ່ເກາະ 3 ແຫ່ງ: ຊີຊາ (ຮ່ວາງຊາຂອງຫວຽດນາມ), ໜານຊາ (ເຈື່ອງຊາຂອງຫວຽດນາມ), ແລະ ຈູງຊາ ໄດ້ໄປປ່ອນບັດເລືອກຕັ້ງສະມາຊິກສະພາປະຊາຊົນນະຄອນ ຊານຊາ ຊຸດທີ 1. ນີ້ແມ່ນການກະທຳທີ່ລະເມີດອະທິປະໄຕຂອງຫວຽດນາມ ຢູ່ໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ ຢ່າງຮ້າຍແຮງ. ຄະນະກຳມະການຊາຍແດນແຫ່ງຊາດ, ກະຊວງການຕ່າງປະເທດຫວຽດນາມ ໄດ້ຢັ້ງຢືນຫຼາຍເທື່ອວ່າ “ຫວຽດນາມ ມີພະຍານຫຼັກຖານດ້ານນິຕິກຳ ແລະ ປະຫວັດສາດຢ່າງຄົບຖ້ວນ ເພື່ອຢັ້ງຢືນອະທິປະໄຕທີ່ມີຕໍ່ໝູ່ເກາະ ເຈື່ອງຊາ ແລະ ຮ່ວາງຊາ”. ກ່ອນໜ້ານັ້ນ, ພາຍຫຼັງທີ່ຈີນ ມີຂໍ້ຕົກລົງສ້າງຕັ້ງນະຄອນ ຊານຊາ ເມື່ອວັນທີ 23/6, ການນຳແຂວງ ແຄ໋ງຮ່ວາ ແລະ ການນຳນະຄອນ ດ່າໜັງ ໄດ້ຄັດຄ້ານຂໍ້ຕົກລົງທີ່ຜິດພາດ ແລະ ບໍ່ຖືກກັບກົດໝາຍນີ້, ສົ່ງຜົນສະທ້ອນບໍ່ດີເຖິງການພົວພັນລະຫວ່າງ 2 ປະເທດ ກໍຄືນ້ຳໃຈມິດຕະພາບລະຫວ່າງ 2 ປະເທດ. ເລື່ອງຈີນ ດຳເນີນການເລືອກຕັ້ງສະພາປະຊາຊົນຢູ່ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ຂອງຫວຽດນາມ ຖືກດຳເນີນໄປພາຍຫຼັງໂຄສົກກະຊວງການຕ່າງປະເທດຈີນ ຫົງເລີ້ຍ ຊີ້ແຈງວ່າ ຈີນ ພ້ອມແລ້ວທີ່ພ້ອມກັບບັນດາປະເທດ ອາຊຽນ ປະຕິບັດຖະແຫຼງການກ່ຽວກັບການປະພຶດຕໍ່ຂອງ ຝ່າຍຕ່າງໆ ຢູ່ທະເລຕາເວັນອອກ (ຫຼື DOC) ຢ່າງຮອບດ້ານ ແລະ ມີປະສິດທິຜົນ, ກໍຄືທາບທາມຄວາມເຫັນເພື່ອສ້າງສຳເລັດຂໍ້ກຳນົດກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (ຫຼື COC) 1 ວັນ.