ຫວຽດ​ນາມ ຈະ​​ສ້າງ 7 ກຸ່ມ​ຮ່ວມ​ສໍ​າ​ພັນ​ຂະ​ແໜງເສດ​ຖະ​ກິດ​ທະ​ເລ​ໃນ​ປີ 2030

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລວັນແທ່ງ ຫາກໍເຊັນອະນຸມັດຜ່ານແຜນຮ່າງພັດທະນາກຸ່ມຮ່ວມສຳພັນຂະແໜງເສດຖະກິດທະເລຕິດພັນການກໍ່ສ້າງສູນເສດຖະກິດທະເລເຂັ້ມແຂງ ຮອດປີ 2030.

   ແຜນຮ່າງນີ້ ແມ່ນເພື່ອແນໃສ່ສ້າງກຸ່ມຮ່ວມສຳພັນຂະແໜງເສດຖະກິດທະເລພັດທະນາຢ່າງມີປະສິດທິຜົນ, ມີກຳລັງແກ້ງແຍ້ງເຊື່ອມໂຍງສູງ ຕິດພັນກັບການສ້າງສູນເສດຖະກິດທະເລເຂັ້ມແຂງຂອງປະເທດຊາດ, ສ້າງກຳລັງໜູນຊຸກຍູ້ການພັດທະນາເສດຖະກິດທະເລທົ່ວປະເທດ ແລະ ບັນດາເຂດທະເລ ແລະ ແຄມທະເລໃນດ້ານເສດຖະກິດ, ວັດທະນະທຳສັງຄົມ, ສິ່ງແວດລ້ອມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢ່າງວ່ອງໄວ ແລະ ຍືນຍົງ, ມຸ່ງໄປເຖິງການສ້າງປະເທດ ຫວຽດນາມ ໃຫ້ກາຍເປັນປະເທດທະເລທີ່ມີຄວາມເຂັ້ມແຂງຮອດປີ 2030. ແຜນຢ່າງດັ່ງກ່າວ ສູ້ຊົນສ້າງກຸ່ມຮ່ວມສຳພັນຂະແໜງເສດຖະກິດທະເລຢູ່ເຂດທະເລ ແລະ ແຄມທະເລທີ່ມີທ່າໄດ້ປຽບ, ສູ້ຊົນຮອດປີ 2030, ສ້າງສຳເລັດ 7 ກຸ່ມຮ່ວມສຳພັນຂະແໜງເສດຖະກິດທະເລ; ກ່ອນອື່ນໝົດແມ່ນພັດທະນາກຸ່ມຮ່ວມສຳພັນຂະແໜງເສດຖະກິດທະເລຈຸດສຸມຕິດພັນກັບການສ້າງສູນເສດຖະກິດທະເລທີ່ເຂັ້ມແຂງຂອງປະເທດຊາດ, ໃນນັ້ນ ພັດທະນາ 3 – 4 ສູນເສດຖະກິດທະເລທີ່ເຂັ້ມແຂງແຖວໜ້າຢູ່ ອາຊີຕາເວັນອອກສ່ຽງໃຕ້.


 

ຕອບກັບ

ຂ່າວ/ບົດ​ອື່ນ