(vovworld) - ຫວຽດນາມ ຊົມເຊີຍທະນາຄານພັດທະນາອາຊີ (ADB) ໜູນຊ່ວຍການສ້າງໂຄງປະກອບລັດວິສາຫະກິດຄືນໃໝ່. ນີ້ແມ່ນເນື້ອໃນເຊິ່ງທ່ານຮອງນາຍົກລັດຖະມົນຕີຫວຽດນາມ Vu Van Ninh ໄດ້ເນັ້ນໜັກເຖິງໃນການຕ້ອນຮັບທ່ານ Tomoyuki Kimura, ຜູ້ອຳນວຍການແຫ່ງຊາດ ADB ປະຈຳຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ Vu Van Ninh ໄດ້ຕີລາຄາສູງຄວາມເອົາໃຈໃສ່ກໍຄືບັນດາການປະກອບສ່ວນຂອງ ADB ໃນວຽກງານທາບທາມນະໂຍບາຍ, ໜູນຊ່ວຍດ້ານເຕັກນິກ, ການເງິນທີ່ມີຕໍ່ຂົງເຂດສ້າງໂຄງປະກອບພື້ນຖານເສດຖະກິດຂອງລັດຄືນໃໝ່ເວົ້າລວມ, ສ້າງໂຄງປະກອບພື້ນຖານລັດວິສາຫະກິດເວົ້າສະເພາະ. ທ່ານຮອງນາຍົກລັດຖະມົນຕີໃຫ້ຮູ້ວ່າ, ໃນໄລຍະຈະມາເຖິງ ຫວຽດນາມ ຈະດຳເນີນການປົວແປງ, ດັດປັບບັນດາກົນໄກນະໂຍບາຍເພື່ອຮັບປະກັນລັກສະນະຄົບຊຸດ, ເໝາະສົມກັບທຳນຽມສາກົນຕໍ່ກັບສະພາບການໃໝ່. ໃນສະພາບການນັ້ນ, ຫວຽດນາມ ຫວັງວ່າທະນາຄານສືບຕໍ່ໜູນຊ່ວຍທັງທາງດ້ານທຶນຮອນ, ບົດຮຽນ ກໍຄືກົນໄກທາບທາມນະໂຍບາຍ. ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານ Tomoyuki Kimura ໄດ້ຢືນຢັນຄຳໝັ້ນສັນຍາຂອງ ADB ໃນການໜູນຊ່ວຍການພັດທະນາທີ່ມີຕໍ່ຫວຽດນາມ ເວົ້າລວມ, ໜູນຊ່ວຍໃນຂົງເຂດສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ພິເສດແມ່ນສ້າງໂຄງປະກອບລັດວິສາຫະກິດຄືນໃໝ່ເວົ້າສະເພາະ.