ຫວຽດນາມ ຖືເປັນສຳຄັນການປັບປຸງ ແລະ ເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອກັບສະວິດ

(VOVWORLD) -ຫວຽດນາມ ຖືເປັນສຳຄັນການປັບປຸງ ແລະ ເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອກັບສະວິດ, ນີ້ແມ່ນຄຳຢືນຢັນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ທີ່ການຕ້ອນຮັບທ່ານລັດຖະມົນຕີ ກະຊວງເສດຖະກິດ, ການສຶກສາ ແລະ ຄົ້ນຄ້ວາແຫ່ງສະຫະພັນສະວິດ Guy Parmelin ຊຶ່ງພວມຢ້ຽມຢາມຫວຽດນາມ
ຫວຽດນາມ ຖືເປັນສຳຄັນການປັບປຸງ ແລະ ເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອກັບສະວິດ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານລັດຖະມົນຕີ ກະຊວງເສດຖະກິດ, ການສຶກສາ ແລະ ຄົ້ນຄ້ວາແຫ່ງສະຫະພັນສະວິດ Guy Parmelin

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຊີ້ແຈ້ງວ່າ ຫວຽດນາມສະແດງຄວາມຫວັງຢາກຮ່ວມມື, ແລກປ່ຽນບົດຮຽນກັບສະວິດກ່ຽວກັບວຽກງານຢູ່ສະພາຄວາມໝັ້ນຄົງ ສ.ປ.ຊ ແນໃສ່ປະຕິບັດສຳເລັດອາຍຸການຂອງຕົນ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຫວັງວ່າ ບັນດາວິສາຫະກິດຂອງສະວິດເຂົ້າມາລົງທຶນຢູ່ຫວຽດນາມໃນບັນດາຂົງເຂດທີ່ມີທ່າແຮງຄື: ການເງິນ, ທະນາຄານ, ປະກັນໄພ, ອຸສາຫະກຳການປະດິດສ້າງ, ການຢາ, ການປຸ່ງແຕ່ງຜະລິດຕະພັນກະເສດ…

    ສ່ວນທ່ານລັດຖະມົນຕີ ກະຊວງເສດຖະກິດ, ການສຶກສາ ແລະ ຄົ້ນຄ້ວາແຫ່ງສະຫະພັນສະວິດ Guy Parmelin ສະແດງຄວາມພາກພູມໃຈເມື່ອເຫັນວ່າ ມີວິສາຫະກິດສະວິດຫຼາຍແຫ່ງໄດ້ລົງທຶນຢ່າງມີປະສິດທິຜົນຢູ່ຫວຽດນາມ. ກ່ຽວກັບການເຊັນສັນຍາການຄ້າເສລີລະຫວ່າງຫວຽດນາມກັບກຸ່ມການຄ້າເສລີເອີລົບ, ທ່ານລັດຖະມົນຕີ ກະຊວງເສດຖະກິດ, ການສຶກສາ ແລະ ຄົ້ນຄ້ວາແຫ່ງສະຫະພັນສະວິດ Guy Parmelin ຖືວ່າ 2 ຝ່າຍມີຄວາມຄືບໜ້າທີ່ດີໃນການເຈລະຈາ ແລະ ປາດຖະໜາວ່າ ສັນຍານີ້ຈະໄດ້ຮັບການລົງນາມໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ