ຫວຽດນາມ ປະກອບສ່ວນ ເຂົ້າໃນເວທີປາໄສເສດຖະກິດໂລກກ່ຽວກັບອາຊີ ຕາເວັນອອກຢ່າງຕັ້ງໜ້າ
(ທ່ານຮອງລັດຖະມົນຕີການຕ່າງປະເທດ ບຸນແທງເຊີນ)
(vovworld) - ເນື່ອງໃນໂອກາດຫວຽດນາມ ເຂົ້າຮ່ວມເວທີປາໄສເສດຖະກິດໂລກກ່ຽວກັບອາຊີຕາເວັນອອກ (WEF ອາຊີຕາເວັນອອກ) ດຳເນີນໄປຢູ່ມຽນມາ, ໃນລະຫວ່າງວັນທີ 05 – 07/06, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ບຸນແທງເຊີນ ຫາກໍ່ຕອບສຳພາດຕໍ່ໜັງສືພິມກ່ຽວກັບກັບໝາກຜົນແຫ່ງການເຂົ້າຮ່ວມຂອງຫວຽດນາມ ທີ່ເວທີປາໄສດັ່ງກ່າວ. ທ່ານຮອງລັດຖະມົນຕີການຕ່າງປະເທດ ບຸນແທງເຊີນ ໃຫ້ຮູ້ວ່າ ດ້ວຍຫົວຂໍ້ວ່າ “ການປ່ຽນແປງໃໝ່ຢ່າງແຮງເພື່ອມຸ່ງໄປເຖິງການເຊື່ອມໂຍງ ແລະ ພັດທະນາຢ່າງຮອບດ້ານ”, ກອງປະຊຸມ WEF ອາຊີຕາເວັນອອກ 2013 ໄດ້ວາງອອກຈຸດສຸມເຂົ້າໃນການເຊື່ອມໂຍງ ແລະ ຫັນປ່ຽນ. ໃນບົດກ່າວປາໄສສຳຄັນທີ່ວາລະໄຂກອງປະຊຸມຄົບຄະນະ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢຸງ ເນັ້ນໜັກເຖິງຄວາມສຳຄັນຂອງສະພາບແວດລ້ອມແຫ່ງໂລກສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະ ພັດທະນາ ບົນພື້ນຖານເຄົາລົບກົດໝາຍສາກົນ; ເສລີພາບດ້ານຈໍລະຈອນການຄ້າ ແລະ ການລົງທຶນ ຜ່ານການເຊື່ອມຕໍ່ດ້ານເສດຖະກິດ; ຮ່ວມມືຢ່າງໄວ້ເນື້ອເຊື່ອໃຈ, ມີປະສິດທິຜົນລະຫວ່າງບັນດາປະເທດ ໃນການແກ້ໄຂບັນດາສິ່ງທ້າທາຍລວມຂອງພາກພື້ນ ແລະ ສາກົນ. ສຳລັບວິວັດທະນາການເຊື່ອມໂຍງພາກພື້ນຂອງອາຊຽນ, ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອພ້ອມກັບມຽນມາ ແລະ ບັນດາປະເທດສະມາຊິກອື່ນໆ ເພີ່ມທະວີການຮ່ວມສຳພັນ, ເຊື່ອມຕໍ່ບັນດາຂົງເຂດເພື່ອພ້ອມກັນມີຜົນປະໂຫຍດ, ພ້ອມກັນພັດທະນາ ແລະ ປະກອບສ່ວນເຂົ້າໃນການສ້າງປະຊາຄົມອາຊຽນ ຢ່າງແທດຈິງ.