ຫວຽດນາມ ລົງທຶນ ກໍ່ສ້າງເຂື່ອນໄຟຟ້ານ້ຳຕົກ 2 ແຫ່ງຢູ່ ພາກໃຕ້ຂອງລາວ

ຫວຽດນາມ ລົງທຶນ ກໍ່ສ້າງເຂື່ອນໄຟຟ້ານ້ຳຕົກ 2 ແຫ່ງຢູ່ ພາກໃຕ້ຂອງລາວ - ảnh 1

​​(ພາບປະກອບ:tintuc.xalo.vn)

( vovworld ) – ຜູ້ຕາງໜ້າ​ລັດຖະບານ​ລາວ, ກຸ່ມ​ບໍລິສັດ​ແມ່ນ້ຳດ່າ ​ແລະ ບໍລິສັດ​ຫຸ້ນ​ສ່ວນ​ໄຟຟ້າ​ຫວຽດນາມ-​ລາວ ຫາ​ກໍ່​ລົງ​ນາມ​ໃນ​ການ​ໂຄງການ​ສ້າງ​ເຂື່ອນ​ໄຟຟ້າ​ນ້ຳຕົກ​ເຊ​ກອງ 3 ​ແລະ ​ເຊ​ກາ​ໝານ 4 ຢູ່​ແຂວງ​ອັດ​ຕະປື ​ແລະ ​ເຊ​ກອງ, ມໍ່​ກັບ​ເຂດ​ຊາຍ​ແດນ​ລາວ-ຫວຽດນາມ ​ເມື່ອ​ວັນ​ທີ 27/8 ຢູ່​ນະຄອນຫຼວງ​ວຽງ​ຈັນ. ​ໂຄງການກໍ່​ສ້າງ​ເຂື່ອນ​ໄຟຟ້າ​ນ້ຳຕົກ​ເຊ​ກອງ 3 ມີ​ຍອດ​ຈຳນວນ​ເງິນ​ລົງທຶນ 278,5 ລ້ານ​ໂດ​ລາ​ສະຫະລັດ, ປະລິມານການ​ຜະລິດ​ໄຟຟ້າສະ​ເລ່ຍ​ແຕ່ລະ​ປີ​ແມ່ນ 804 ລ້ານ kwh  ​ແລະ ຈະສະໜອງ​ໄຟຟ້າ​ໃນ​ປີ 2015 ​ໂດຍກຸ່ມ​ບໍລິສັດ​ແມ່ນ້ຳດ່າ ​ແມ່ນ​ເຈົ້າຂອງ​ລົງທຶນ. ສ່ວນໂຄງການ​ສ້າງ​ເຂື່ອນ​ໄຟຟ້າ​ນ້ຳຕົກ​​ເຊ​ກາ​ໝານ 4 ມີ​ຍອດ​ຈຳນວນ​ເງິນ​ລົງທຶນ 128 ລ້ານ​ໂດ​ລາ​ສະຫະລັດ, ປະລິມານການ​ຜະລິດ​ໄຟຟ້າສະ​ເລ່ຍ​ແຕ່ລະ​ປີ​ແມ່ນ 316 ລ້ານ kwh  ​ແລະ ຈະ​ສະໜອງ​ໄຟຟ້າ​ໃນ​ປີ 2016 ​ໂດຍບໍລິສັດ​ຫຸ້ນ​ສ່ວນ​ໄຟຟ້າ​ຫວຽດນາມ-​ລາວ ​ແມ່ນ​ເຈົ້າຂອງ​ລົງທຶນ. ທ່ານ Duong Khanh Toan ປະທານ​ສະພາ​ສະມາຊິກກຸ່ມ​ບໍລິສັດ​ແມ່ນ້ຳດ່າ ຊີ້​ແຈ້ງວ່າ: ການ​ລົງທຶນ​ກໍ່ສ້າງ​ບັນດາ​ໂຄງການ​ໄຟຟ້າ​ນ້ຳຕົກ​ຢູ່​ລາວ ​ເວົ້າລວມ ​ແລະ ​ໂຄງການກໍ່ສ້າງ​ເຂື່ອນ​ໄຟຟ້າ​ນ້ຳຕົກ​ເຊ​ກອງ 3 ​ແລະ ​ເຊ​ກາ​ໝານ 4 ​ເວົ້າສະ​ເພາະ ​ແມ່ນ​ເໝາະ​ສົ​ມກັບ​ແຜນ​ນະ​ໂຍບາຍ​ຮ່ວມ​ມື​ພັດທະນາ​ຂອງ​ສອງ​ປະ​ເທດ, ​ເພື່ອ​ແນ​ໃສ່​ຮັບປະກັນ​ຄວາມໝັ້ນຄົງ​ພະລັງງານ​ຂອງ​ແຕ່ລະ​ປະ​ເທດ, ຜ່ານນັ້ນ​ເພີ່ມ​ວົງ​ເງິນ​ສົ່ງ​ອອກ​ສອງ​ສົ້ນ, ສ້າງ​ເງື່ອນ​ໄຂ​ພັດທະນາ​ຊີວິດ​ສັງຄົມ, ພັດທະນາ​ເສດຖະກິດ​ຂອງ​ສອງ​ແຂວງ​ເຊ​ກອງ ​ແລະ ອັດ​ຕະປື.

ຂ່າວ/ບົດ​ອື່ນ