ຫວຽດນາມ - ສິງກະໂປ ສືບຕໍ່ເພີ່ມທະວີການຮ່ວມມືໃນທຸກຂົງເຂດຢ່າງມີປະສິດທິຜົນ

ຫວຽດນາມ - ສິງກະໂປ ສືບຕໍ່ເພີ່ມທະວີການຮ່ວມມືໃນທຸກຂົງເຂດຢ່າງມີປະສິດທິຜົນ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫວູ​ວັນ​ນິງ ​
ໄດ້​ເຂົ້າ​ຢ້ຽມ​ຂໍ່ານັບ​ທ່ານ​ນາຍົກລັດຖະມົນຕີສິງກະ​ໂປ ຫຼີຊຽນຫຼົງ
(ພາບ: Thanh niên)


(vovworld) - ​ໂດຍ​ສືບ​ຕໍ່​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ສິງກະ​ໂປ, ຕອນ​ເຊົ້າ​ວັນ​ທີ 07 ພະຈິກ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫວູ​ວັນ​ນິງ ​ໄດ້​ເຂົ້າ​ຢ້ຽມ​ຂໍ່ານັບ​ທ່ານ​ນາຍົກລັດຖະມົນຕີສິງກະ​ໂປ ຫຼີຊຽນຫຼົງ.

        ​ເມື່ອ​ແລກປ່ຽນ​ກັບ​ທ່ານ​ນາຍົກລັດຖະມົນຕີ ຫຼີຊຽນຫຼົງ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ​ເນັ້ນ​ໜັກ​ວ່າ, ຫວຽດນາມ ພວມ​ຍູ້​ແຮງ​ການ​ປະຕິ​ຮູບ, ​ໂດຍ​ສະ​ເພາະ​ແມ່ນປະຕິ​ຮູບ​ໃນ​ຂົງ​ເຂດ​ການ​ເງິນ, ສິນ​ເຊື່ອ, ທະນາຄານ ເພື່ອ​​ແນ​ໃສ່​ຍົກ​ສູງ​ປະສິດທິ​ຜົນ​ບັນດາ​ການ​ເຄື່ອນ​ໄຫວຂອງ​ລັດ​ວິ​ສາ​ຫະກິດ, ສ້າງ​ກຳລັງ​ແກ່ງ​ແຍ່ງ​ໃຫ້​ພື້ນຖານ​ເສດຖະກິດ, ຕອບ​ສະໜອງ​ຄວາມ​ຕ້ອງການ​ເຊື່ອມ​ໂຍງ ​ແລະ ພັດທະນາ. ທ່ານ​ຮອງ​ນາຍົກລັດຖະມົນຕີ​ ສະ​ເໜີ​ໃຫ້ສິງກະ​ໂປ ຮ່ວມ​ມື, ​ແບ່ງປັນ​ບົດ​ຮຽນ​ກັບ​ຫວຽດນາມ ​ໃນ​ວິວັດ​ການ​ນີ້. ທ່ານ​ນາຍົກລັດຖະມົນ​ຕີ ຫຼີຊຽນຫຼົງ ຢືນຢັນ​ວ່າ ຍາມ​ໃດ​ສິງກະ​ໂປ ກໍ່​ສະ​ຫງວນບຸລິມະສິດສູງ​ໃຫ້​ແກ່​ການ​ຮ່ວມ​ມື​ກັບ​ຫວຽດນາມ ​ໃນ​ຖານະ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ທ່ານ​ນາຍົກລັດຖະມົນ​ຕີ ຫຼີຊຽນຫຼົງ ​ຖື​ວ່າ, 2 ປະ​ເທດ​ມີ​ຄວາມ​ສາມາດ​ບົມຊ້ອນ​​ໃນ​ການ​ຮ່ວມ​ມື​ດ້ານ​ການ​ເງິນ ​ແລະ ປາດ​ຖະໜາ​ວ່າ ຫວຽດນາມ ຈະ​ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້ບັນດາ​ອົງການ​ການ​ເງິນ​ສິງກະ​ໂ​ປ ​ເປີດ​ກວ້າງ​ການ​ເຄື່ອນ​ໄຫວ​ຢູ່​ຫວຽດນາມ.

        ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ທ່ານ​ນາຍົກລັດຖະມົນຕີ ຫຼີຊຽນຫຼົງ ​ເຫັນ​ດີ​ສົມທົບ​ກັນ​ກັບ​ຫວຽດນາມ ​ເພື່ອ​ຊຸກຍູ້​ບັນດາ​ນັກ​ລົງທຶນ​ສິງກະ​​ໂປ ​ລົງທຶນເຂົ້າ​ເຂດ​ຟຸ໋ກວກ, ພ້ອມ​ທັງ​ສະ​ເໜີ​ໃຫ້​ຫວຽດນາມ ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​​ບັນດາ​ນັກ​ລົງທຶນ, ມີ​ຂໍ້​ມູນ​ດ້ານ​ນະ​ໂຍບາຍ, ຂັ້ນ​ຕອນ, ລະບຽບ​ການ ​ແລະ ການວາງ​ແຜນ​ທີ່​ດິນ​ຂອງ​ຫວຽດນາມ ຢ່າງ​ຄົບ​ຖ້ວນ ​ເພື່ອ​ພັດທະນາ​ເກາະ​ຟຸ໋ກວກ.

        ກ່ຽວ​ກັບ​ການ​ຮ່ວມ​ມື​​ໃນພາກ​ພື້ນ ​ແລະ ສາກົນ, ທ່ານ​ນາຍົກລັດຖະມົນຕີ ຫຼີຊຽນຫຼົງ ຢືນຢັນ​ວ່າ ສິງກະ​​ໂປ ສືບ​ຕໍ່​ຮ່ວມ​ມື ​ແລະ ສະໜັບສະໜູນ​ຫວຽດນາມ ​ໃນ​ວິວັດ​ການ​ເຈລະຈາ TPP ​ເພື່ອ​ຮັບປະກັນ​ໃຫ້ TPP ​ແມ່ນ​ສັນຍາ​ທີ່​ມີ​ຄວາມ​ດູ​່ນດ່ຽງ, ​ເອົາ​ໃຈ​ໃສ່​ເຖິງ​ຜົນ​ປະ​ໂຫຍ​ດຂອງ​ບັນດາ​ສະມາຊິກ, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ປະ​ເທດ​ພວມ​ພັດທະນາ.

ຂ່າວ/ບົດ​ອື່ນ