ຫວຽດນາມ ສ້າງແຜນການສົ່ງເສີມການທ່ອງທ່ຽວຄືນໃໝ່
(VOVWORLD) - ປະຈຸບັນ, ຂະແໜງການທ່ອງທ່ຽວພວມຄົ້ນຄວ້າ, ທາບທາມວິທີການສົ່ງເສີມການທ່ອງທ່ຽວຢ່າງມີປະສິດທິຜົນຈາກບາງປະເທດໃນໂລກ.
ການທ່ອງທ່ຽວແມ່ນຂະແໜງການພວມຖືກຜົນກະທົບໂດຍກົງ ແລະ ໜັກໜ່ວງຈາກໂລກລະບາດໂຄວິດ-19. ໄປຄຽງຄູ່ກັບການສຸມໃສ່ຊອກຫາມາດຕະການແກ້ໄຂຄວາມຫຍຸ້ງຍາກນັ້ນ, ບັນດາວິສາຫະກິດຂະແໜງການທ່ອງທ່ຽວ ກໍ່ພວມຄອງຄອຍ “ການຟື້ນຟູ” ຂອງຂະແໜງການທ່ອງທ່ຽວໂດຍໄວ.
ພາບປະກອບ/vtc.vn |
ບັນດາລາຍການສົ່ງເສີມການທ່ອງທ່ຽວພາຍໃນປະເທດໄລຍະທີ 2 ຈະເອົາໃຈໃສ່ເຖິງປັດໄຈຮັບປະກັນຄວາມປອດໄພ ແລະ ມີຜະລິດຕະພັນການທ່ອງທ່ຽວທີ່ດຶງດູດໃຈລູກຄ້າ. ໄປຄຽງຄູ່ກັນນັ້ນ, ຫວຽດນາມ ກໍ່ເລີ່ມເຊື່ອມຕໍ່ຄືນໃໝ່ບັນດາຖ້ຽວບິນການຄ້າສາກົນໄປຍັງບາງປະເທດຄູ່ຮ່ວມມື.
ປະຈຸບັນ, ຂະແໜງການທ່ອງທ່ຽວພວມຄົ້ນຄວ້າ, ທາບທາມວິທີການສົ່ງເສີມການທ່ອງທ່ຽວຢ່າງມີປະສິດທິຜົນຈາກບາງປະເທດໃນໂລກ. ທ່ານ ລຶວດຶກເກ໊, ຮອງຜູ້ອຳນວຍການໃຫຍ່ ບໍລິສັດຫຸ້ນສ່ວນໂຄສະນາການທ່ອງທ່ຽວຫວຽດ ໃຫ້ຂໍ້ສັງເກດວ່າ:
“ບໍ່ພຽງແຕ່ມີແຕ່ລະວິສາຫະກິດສົ່ງເສີມເທົ່ານັ້ນ, ບໍ່ພຽງແຕ່ມີແຕ່ລະທ້ອງຖິ່ນສົ່ງເສີມເທົ່ານັ້ນ ແຕ່ມັນຕ້ອງມີນະໂຍບາຍສັງລວມ. ຖ້າລັດມີການໜູນຊ່ວຍ ຈະຊ່ວຍໃຫ້ເປັນຜົນດີຕໍ່ຜູ້ໄປທ່ຽວ ຄືດັ່ງບັນດາປະເທດ ສິງກະໂປ, ຍີ່ປຸ່ນ, ໄທ, ອີຕາລີ ກໍ່ລ້ວນແຕ່ເຮັດຄືແນວນັ້ນ.”
ໃນສະພາບການໃໝ່, ຄວນຄິດໄລ່ເຖິງວິທີການສ້າງໂຄງປະກອບວິສາຫະກິດການທ່ອງທ່ຽວ, ຜະລິດຕະພັນການທ່ອງທ່ຽວ, ໂຄສະນາ, ສົ່ງເສີມສະຖານທີ່ທ່ອງທ່ຽວຄືນໃໝ່ ເພື່ອຕອບສະໜອງຄວາມຕ້ອງການ ແລະ ທ່າອ່ຽງໃໝ່ຂອງຕະຫລາດການທ່ອງທ່ຽວພາຍໃນປະເທດ.