ຫວຽດນາມ ເຂົ້າຮ່ວມກອງປະຊຸມ ສະມັດຊາໃຫຍ່ WHO ຄັ້ງທີ 65

ຫວຽດນາມ ເຂົ້າຮ່ວມກອງປະຊຸມ ສະມັດຊາໃຫຍ່ WHO ຄັ້ງທີ 65 - ảnh 1
( ພາບປະກອບ )

( vovworld ) -   ວັນ​ທີ 22/5, ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສະມັດ​ຊາ​ໃຫຍ່ອົງການ​ອະນາ​ໄມ​​ໂລກຄັ້ງ​ທີ 65 ( ຫຼື WHO ) ທີ່ພວມ​ດຳ​ເນີນ​ໄປ​ຢູ່​ເຊີ​ແນວ, ປະ​ເທດສະ​ວິດ, ທ່ານລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ສາທາລະນະ​ສຸກ Nguyen Viet Tien ​ໃຫ້​ຮູ້​ວ່າ ການ​ຮັບ​ໃຊ້​ການ​ແພດ​​ໃຫ້ທົ່ວ​ປະຊາ​ຊົນ ​ແມ່ນ​ໜື່ງ​ໃນ​ບັນດາ​ເປົ້າ​ໝາຍ​ພື້ນຖານ​ຂອງ​ຫວຽດນາມ, ​ເຊິ່ງຕາມ​ນັ້ນ​ແລ້ວ, ປະຊາຊົນ​ທຸກໆ​ຄົນ​ຈະ​ໄດ້​ຊົມນຳ​ໃຊ້​ບັນດາ​ການບໍລິການ​ການ​ແພດ​ພື້ນຖານ​ທີ່​ມີ​ຄຸນ​ນະພາ​ບ. ຄຽງຂ້າງ​ວາລະ​ປຶກສາ​ຫາລື​ລວມ, ຄະນະ​ຜູ້​ແທນ​ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ບັນດາ​ປະ​ເທດ​ພາກ​ພື້ນ​ມະຫາ​ສະໝຸດ​ປາຊີ​ຟີ​ກຂອງ WHO. ກອງ​ປະຊຸມສະມັດ​ຊາ​ໃຫຍ່ WHO ຄັ້ງ​ທີ 65 ຈະ​ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 26/5.

ຂ່າວ/ບົດ​ອື່ນ