ຫວຽດ​ນາມ ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ລັດ​ຖະ​ສະ​ພາ ອາ​ຊີ - ປ​າ​ຊີ​ຟິກ ຄັ້ງ​ທີ 31

(VOVWORLD) -         ດ້ວຍຫົວຂໍ້ “ການພົວພັນຄູ່ຮ່ວມມືອົງອາດກ້າແກ່ນເພື່ອສັນຕິພາບ, ວັດທະນາຖາວອນ ແລະ ຍືນຍົງ”, ເວທີປາໄສລັດຖະສະພາ ອາຊີ - ປາຊີຟິກ ຄັ້ງທີ 31 (APPF 31) ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນບ່າຍວັນທີ 23 ພະຈິກ ຢູ່ນະຄອນຫຼວງ Manila (ຟີລິບປິນ).
 
ຫວຽດ​ນາມ ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ລັດ​ຖະ​ສະ​ພາ ອາ​ຊີ - ປ​າ​ຊີ​ຟິກ ຄັ້ງ​ທີ 31 - ảnh 1ພິທີໄຂ (ພາບ: VOV)

ດ້ວຍການເຂົ້າຮ່ວມຂອງຜູ້ແທນ 275 ຄົນ ທີ່ມາຈາກ 19 ປະເທດ, APPF 31 ແມ່ນໂອກາດເພື່ອໃຫ້ບັນດາປະເທດປຶກສາຫາລືບັນດາບັນຫາ, ຄື: ຄວາມໝັ້ນຄົງພາກພື້ນ, ອາດຊະຍາກຳຂ້າມຊາດ, ການຄ້າເສລີ ແລະ ຄວາມຍຸຕິທຳ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ພັດທະນາແບບຍືນຍົງ, ອົບພະຍົບ, ຟື້ນຟູເສດຖະກິດຫຼັງໂລກລະບາດ.

        ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ, ໂດຍທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫາຍ ນຳໜ້າຄະນະເຂົ້າຮ່ວມກອງປະຊຸມ. ຄາດວ່າ ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນດຶກຫາຍ ຈະມີບົດກ່າວປາໄສສຳຄັນໃນວາລະປະຊຸມຄົບຄະນະຄັ້ງໜຶ່ງກ່ຽວກັບບັນດາບັນຫາການເມືອງ ແລະ ຄວາມໝັ້ນຄົງ, ໂດຍສຸມໃສ່ຫົວຂໍ້ “ເພີ່ມທະວີກຳລັງຄວາມສາມາດຂອງບັນດາລັດຖະສະພາ ແນໃສ່ຊຸກຍູ້ສັນຕິພາບ”.

        ການເຂົ້າຮ່ວມ ແລະ ປະກອບສ່ວນຂອງຄະນະຜູ້ແທນ ຫວຽດນາມ ຢັ້ງຢືນຄຳໝັ້ນສັນຍາຢ່າງແຮງຂອງ ສະພາແຫ່ງຊາດ ຫວຽດນາມ ໃນການເຂົ້າຮ່ວມບັນດາເຄື່ອນໄຫວການທູດລັດຖະສະພາຫຼາຍຝ່າຍ ຢ່າງມີຄວາມຮັບຜິດຊອບ, ຜ່ານນັ້ນເສີມຂະຫຍາຍບົດບາດ ແລະ ທີ່ຕັ້ງຂອງ ຫວຽດນາມ ຢູ່ບັນດາກົນໄກຮ່ວມມືລັດຖະສະພາພາກພື້ນທີ່ສຳຄັນ ແລະ ຊຸກຍູ້ການພົວພັນຄູ່ຮ່ວມມືລັດຖະສະພາໃນທົ່ວໂລກໃຫ້ຫຼາຍກວ່າອີກ.

ຟ້າມຮ່າ - ນັກຂ່າວ VOV ປະຈຳ ອິນໂດເນເຊຍ

ຕອບກັບ

ຂ່າວ/ບົດ​ອື່ນ