ຫວຽດນາມ ເຂົ້າຮ່ວມ ຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບໃນບັນດາບັນຫາປ້ອງກັນຄວາມສະຫງົບ ແລະ ພັດທະນາສາກົນ

ຫວຽດນາມ ເຂົ້າຮ່ວມ ຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບໃນບັນດາບັນຫາປ້ອງກັນຄວາມສະຫງົບ ແລະ ພັດທະນາສາກົນ - ảnh 1
(​ທ່ານ​ຮອງ​ນາຍົກລັດຖະມົນຕີ,
ລັດຖະມົນຕີ​ວ່າການກະຊວງການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິງ)


(vovworld) – ຫວຽດນາມ ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ ​ແລະ ມີຄວາມ​ຮັບ​ຜິດ​ຊອບ​ໃນ​ບັນດາ​ບັນຫາ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ພັດທະ​ນາ​ສາກົນ. ນີ້​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການກະຊວງການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິງ ທີ່​ການ​ພົບ​ປະ​ກັບ​ຄະນະ​ທູ​ຕາ​ນຸທຸດ ​ເນື່ອງ​ໃນ​ໂອກາດ​ປີ​ໃໝ່ ປີ​ມະ​ແມ 2015, ​ເຊິ່ງດຳ​ເນີນ​ໃນ​ຕອນ​ຄໍ່າ​ວັນ​ທີ 04/02 ຢູ່​ຮ່າ​ໂນ້ຍ. ຕາມ​ທ່ານ​ຮອງ​ນາຍົກລັດຖະມົນຕີ​ແລ້ວ, ປີ 2014, ພ້ອມ​ກັບ​ການ​ຮັບປະກັນ​ເສດຖະກິດ​ມະຫາ​ພາກ, ຮັບປະກັນ​ຊີວິດ​ສັງຄົມ​ແລ້ວ, ຫວຽດນາມ ກໍ່​ຮັດ​ແໜ້ນ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ ​ແລະ ມີ​ປະສິດທິ​ຜົນ​ກັບ​ຫຼາຍ​ປະ​ເທດ​ກວ່າ​ອີກ.

        “ປີ 2014, ຫວຽດນາມ ຮັດ​ແໜ້ນ​ການ​ພົວພັນ​ມິດຕະພາບ ​ແລະ ມີ​ປະສິດ​ທິຜົນ​ກັບ​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​, ບັນດາ​ປະ​ເທດ​ໃນ​ພາກ​ພື້ນ, ປະ​ເທດ​ໃຫຍ່, ປະ​ເທດ​ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ, ການ​ພົວພັນ​ລົງທຶນຂອງ​ຫວຽດນາມ ​ກັບ​ຫຼາຍ​ປະ​ເທດ​ລ້ວນ​ແຕ່ເພີ່ມ​ທະວີ​ກວ່າ​ອີກ. ການ​ຮ່ວມ​ມື​ດ້ານ​ການ​ເມືອງ, ການ​ຕ່າງປະ​ເທດ, ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະຫງົບ​ກັບ​ບັນດາ​ປະ​ເທດສືບ​ຕໍ່​ໄດ້​ຮັບ​ການ​ປັບປຸງ. ​ເລື່ອງ​ຫວຽດນາມ ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງ​ເຂົ້າ​ເສດຖະກິດ​ສາກົນ, ​ໄດ້ປະກອບສ່ວນ​​ເຂົ້າ​ໃນ​ບັນດາ​ບັນຫາ​ປ້ອງ​ກັນ​ຄວາມ​ສະຫງົບ, ການ​ພັດທະນາ​ລວມຂອງ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ​ຢ່າງ​ຕັ້ງໜ້າ​ກວ່າ​”.

        ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ຢືນຢັນ​ວ່າ, ປີ 2015, ຫວຽດນາມ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ປັບປຸງ, ນຳ​ການ​ພົວພັນ​ເຂົ້າ​ສູ່​ລວງ​ເລິກ, ມີ​ປະສິດທິ​ຜົນ; ​ເຊື່ອມ​ໂຍງເຂົ້າ​ພື້ນຖານ​ເສດຖະກິດ​ໂລກ​ຢ່າງ​ເລິກ​ເຊິ່ງ…. ທ່ານ​ຮອງ​ນາຍົກລັດຖະມົນຕີກໍ່​ເນັ້ນ​ໜັກວ່າ, ບັນ​ດາ​ປະ​ເທດ​ຕ້ອງ​ເຄົາລົບ​ຜົນ​ປະ​ໂຫຍ​ດຂອງ​ກັນ, ​ເຄົາລົບ​ກົດໝາຍ​ສາກົນ, ສະ​ແດງ​​ໃຫ້​ເຫັນເຈດ​ຈຳນົງ​ຮ່ວມ​ມື, ມຸ່ງ​ໄປ​ເຖິງ​ຈຸດໝາຍ​ສັນຕິພາບ ​ແລະ ພັດທະນາ​ໃຫ້​ທຸກໆ​ປະ​ເທດ. ທ່ານ​ເອກ​ອັກຄະ​ລັດຖະທູດ​​ແຫ່ງ​ລາຊະ​ອານາຈັກ​ ມາຣົກ, ຫົວໜ້າ​ຄະນະ​ທູຕານຸທູດ El Houcine Fardani ຢືນຢັນ​ຄືນ​ໃໝ່​ຄວາມ​ມຸ່ງ​ມາດປາດ​ຖະໜາຕັດສິນ​ໃຈ​ພັດທະນາ ​ແລະ ຍູ້​ແຮ​ງການ​ພົວພັນ​ລະຫວ່າງ​ຫວຽດນາມ ກັບ​ບັນດາ​ປະ​ເທດ ກໍ່​ຄື​ກັບບັນດາ​ອົງການ​ຈັດ​ຕັ້ງ​ສາກົນ​, ຜ່ານ​ການ​ຮ່ວມ​ມື​ສັນຕິພາບ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ.

ຂ່າວ/ບົດ​ອື່ນ