(ພາບປະກອບ)
(vovworld) - ຕອນບ່າຍວັນທີ 13 ສິງຫາ, ຢູ່ສຳນັກງານກະຊວງການຕ່າງປະເທດ ບຸນກາຣີ, ທ່ານລັດຖະມົນຕີການຕ່າງປະເທດ ສ.ບຸນກາຣີ Kristian Vigenin ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສສ ຫວຽດນາມ ປະຈຳ ບຸນກາຣີ ເລດຶກລິວ. ທີ່ການພົບປະ, ທ່ານລັດຖະມົນຕີການຕ່າງປະເທດ ບຸນກາຣີ ຢືນຢັນວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືຫຼັກແຫຼ່ງຂອງ ບຸນກາຣີ ຢູ່ອາຊີຕາເວັນອອກສ່ຽງໃຕ້. ບຸນກາຣີ ແລະ ຫວຽດນາມ ຕ້ອງຍາດແຍ່ງບັນດາກາລະໂອກາດທີ່ມີຢູ່ແລ້ວເພື່ອສືບຕໍ່ພັດທະນາ ແລະ ປັບປຸງການພົວພັນ 2 ຝ່າຍ ນັບທັງດ້ານການເມືອງ ກໍ່ຄືໃນບັນດາຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນ. ທ່ານລັດຖະມົນຕີການຕ່າງປະເທດ Vigenin ເນັ້ນໜັກວ່າ ບຸນກາຣີ ອາດຈະກາຍເປັນປັດໃຈຕັ້ງໜ້າໃນຂອບເຂດການພົວພັນຄູ່ຮ່ວມມືລະຫວ່າງ ສະຫະພາບເອີລົບ (EU) ກັບບັນດາປະເທດອາຊີ ກໍຄືກາຍເປັນຂົວເຊື່ອມຕໍ່ລະຫວ່າງຫວຽດນາມ - EU. ສ່ວນທ່ານເອກອັກຄະລັດຖະທູດ ເລດຶກລິວ ຖືວ່າ, 2 ປະເທດຄວນສືບຕໍ່ມານະພະຍາຍາມປັບປຸງບັນດາການພົວພັນ 2 ຝ່າຍກວ່າອີກ ກໍ່ຄືໃນຂອບເຂດເວທີປາໄສພາກພື້ນ ແລະ ສາກົນ. ທ່ານລັດຖະມົນຕີການຕ່າງປະເທດ Kristian Vigenin ແລະ ທ່ານເອກອັກຄະລັດຖະທູດ ເລດຶກລິວ ລ້ວນແຕ່ເຫັນດີຕໍ່ຄວາມຈຳເປັນຕ້ອງປະຕິບັດຮູບແບບໃໝ່ກ່ຽວກັບການຮ່ວມມືດ້ານເສດຖະກິດ ດ້ວຍຈຸດສຸມແມ່ນການຄ້າ ແລະ ສົ່ງເສີມການລົງທຶນຈາກ 2 ປະເທດ. ທ່ານເອກອັກຄະລັດຖະທູດ ເລດຶກລິວ ຍັງເນັ້ນໜັກເຖິງ, ເລື່ອງເພີ່ມທະວີການແລກປ່ຽນ, ເປີດກວ້າງການຮ່ວມມືໃນຂົງເຂດວັດທະນະທຳ - ສຶກສາ.