ຫວຽດນາມ ແມ່ນຈຸດສຸມ ຍຸດທະສາດອັນດັບໜຶ່ງຂອງອາເມລິກາ
(ພາບປະກອບ)
(vovworld) – ໃນລະຫວ່າງວັນທີ 10 – 11/12, ຢູ່ອາເມລິກາ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອາເມລິກາ ຟ້າມກວາງວິງ ໄດ້ມີການພົບປະກັນທ່ານສະມາຊິກສະພາສູງ Ben Cardin, ປະທານອະນຸກຳມາທິການອາຊີ - ປາຊີຟິກ ສັງກັດກຳມາທິການການຕ່າງປະເທດສະພາສູງອາເມລິກາ, ທ່ານສະມາຊິກສະພາຕໍ່າ Steve Chabot, ປະທານອະນຸກຳມາທິການອາຊີ - ປາຊີຟິກ ສັງກັດກຳມາທິການການຕ່າງປະເທດສະພາຕໍ່າອາເມລິກາ ແລະ ສະມາຊິກສະພາຕໍ່າ Madeleine Bordallo ສະມາຊິກກຳມາທິການກຳລັງທະຫານ ແລະ ຊັບພະຍາກອນທຳມະຊາດ. ທີ່ບັນດາການພົບປະ, ບັນດາສະມາຊິກສະພາແຫ່ງຊາດອາເມລິກາ ລ້ວນແຕ່ຕີລາຄາສູງຂອບເຂດການຮ່ວມມືຄູ່ຮ່ວມມືຮອບດ້ານລະຫວ່າງ 2 ປະເທດ, ບັນດາບາດກ້າວບຸກທະລຸໃນການພົວພັນ, ເນື້ອໃນຮ່ວມມືທີ່ນັບມື້ນັບແທດຈິງ ກໍ່ຄືຄວາມສາມາດບົ່ມຊ້ອນໃນພັດທະນາການພົວພັນລະຫວ່າງອາເມລິກາ ແລະ ຫວຽດນາມ ໃນໄລຍະຈະມາເຖິງ. ບັນດາສະມາຊິກສະພາແຫ່ງຊາດອາເມລິກາຖືວ່າ ປີ 2015 ຈະສ້າງຂີດໝາຍໃໝ່ທີ່ມີຄວາມໝາຍເມື່ອ 2 ປະເທດຈັດພິທີສະເຫຼີມສະຫຼອງ 20 ປີແຫ່ງການສ້າງສາຍພົວພັນດ້ານການທູດເປັນປົກກະຕິ. ດ້ວຍຖານະແມ່ນບັນດາຜູ້ຕິດຕາມສະພາບການຢູ່ພາກພື້ນຢ່າງໃກ້ຊິດ, ບັນດາສະມາຊິກສະພາແຫ່ງຊາດຖືວ່າ ອາຊີ - ປາຊີຟິກ ສືບຕໍ່ແມ່ນຈຸດສຸມອັນດັບໜຶ່ງຂອງອາເມລິກາ, ໃນນັ້ນມີບົດບາດສຳຄັນຂອງບັນດາຄູ່່ຮ່ວມມືຄື ອາຊຽນ ແລະ ຫວຽດນາມ, ບັນດາສະມາຊິກສະພາແຫ່ງຊາດເນັ້ນໜັກເຖິງທັດສະນະຖືວ່າ, ບັນດາການຂັດແຍ້ງຜືນແຜນດິນໃນພາກພື້ນ ຕ້ອງໄດ້ຮັບການແກ້ໄຂໂດຍສັນຕິ, ອີ່ງໃສ່ກົດໝາຍສາກົນ ແລະ ບັນດາຫຼັກການປະພຶດຂອງພາກພື້ນ. ທີ່ການພົບປະຄັ້ງຕ່າງໆ, ທ່ານເອກອັກຄະລັດຖະທູດ ຟ້າມກວາງວິງ ປາດຖະໜາວ່າ, ບັນດາສະມາຊິກສະພາແຫ່ງຊາດ ສືບຕໍ່ສະໜັບສະໜູນນການພົວພັນພັດທະນາ ເພື່ອຜົນປະໂຫຍດຂອງແຕ່ລະປະເທດ ກໍ່ຄືສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ ແລະ ຢູ່ໃນໂລກ.