ຫວຽດນາມ ແມ່ນ 1 ໃນຈຳນວນ 4 ປະເທດມີຄຸນນະພາບປິ່ນປົວພະຍາດ HIV/AIDS ດີທີ່ສຸດໃນໂລກ

(VOVWORLD) -  ນັບແຕ່ເມື່ອກວດພົບຜູ້ຕິດເຊື້ອ HIV ກໍລະນີທຳອິດໃນປີ 1990, ມາຮອດປະຈຸບັນ, ຫວຽດນາມ ໄດ້ຮັບມືກັບໂລກລະບາດ HIV / AIDS ມາເປັນເວລາ 30 ປີ. ໄລຍະປະຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອ HIV / AIDS ປະມານ 230.000 ຄົນ, ໃນນັ້ນ ມີກ່ວາ 150.000 ຄົນໄດ້ຮັບການປິ່ນປົວດ້ວຍຢາ ARV. 

ພ້ອມກັບ ອັງກິດ, ເຢຍລະມັນ, ສະວິດ ນັ້ນ, ຫວຽດນາມ ແມ່ນໜຶ່ງໃນຈຳນວນສີ່ປະເທດທີ່ມີຄຸນນະພາບປິ່ນປົວພະຍາດ HIV / AIDS ດີທີ່ສຸດໂລກໃນປະຈຸບັນ. ນັ້ນແມ່ນຂໍ້ມູນຂ່າວສານໂດຍກະຊວງສາທາລະນະສຸກ ຫວຽດນາມ ຢັ້ງຢືນຢູ່ພິທີຊຸມນຸມມິດ-ຕິງ ຕອບສະໜອງວັນໂລກປ້ອງກັນ, ຕ້ານ AIDS ດ້ວຍຫົວຂໍ້ວ່າ: “ 30 ປີແຫ່ງວັນຮັບມື ແລະ ໂອກາດຢຸດຕິໂລກລະບາດ AIDS ຢູ່ ຫວຽດນາມ” ເຊິ່ງໄດ້ດຳເນີນໃນຕອນເຊົ້າວັນທີ 1 ທັນວາ ຢູ່ ຮ່າໂນ້ຍ.

ຫວຽດນາມ ແມ່ນ 1 ໃນຈຳນວນ 4 ປະເທດມີຄຸນນະພາບປິ່ນປົວພະຍາດ HIV/AIDS ດີທີ່ສຸດໃນໂລກ - ảnh 1ທ່ານຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ ຫວຽດນາມ ເຈືອງຮ່ວາບີ່ງ  (ພາບ: VGP)

        ນັບແຕ່ເມື່ອກວດພົບຜູ້ຕິດເຊື້ອ HIV ກໍລະນີທຳອິດໃນປີ 1990, ມາຮອດປະຈຸບັນ, ຫວຽດນາມ ໄດ້ຮັບມືກັບໂລກລະບາດ HIV / AIDS ມາເປັນເວລາ 30 ປີ. ໄລຍະປະຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອ HIV / AIDS ປະມານ 230.000 ຄົນ, ໃນນັ້ນ ມີກ່ວາ 150.000 ຄົນໄດ້ຮັບການປິ່ນປົວດ້ວຍຢາ ARV. ທ່ານລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຫງວຽນແທງລອງ ຢັ້ງຢືນວ່າ: ຫວຽດນາມ ໄດ້ຜັນຂະຫຍາຍບັນດາການເຄື່ອນໄຫວປ້ອງກັນ, ຕ້ານ HIV / AIDS ໃນ 30 ປີຜ່ານມາຢ່າງຮອບດ້ານ ແລະ ມີປະສິດທິຜົນ. ທ່ານ ຫງວຽນແທງລອງ ກ່າວວ່າ:

        “ໂລກລະບາດ HIV / AIDS ຢູ່ ຫວຽດນາມ ໄດ້ ແລະ ພວມຮັບການຄວບຄຸມເທື່ອລະກ້າວ, ອັດຕາຜູ້ຕິດເຊື້ອໃນເຂດຊຸມຊົນຕ່ຳກ່ວາ 0,26%. ຕາມການຄາດຄະເນຂອງບັນດານັກຊ່ຽວຊານແລ້ວ, ໃນ 15 ປີຜ່ານມາ, ໂຄງການປ້ອງກັນ, ຕ້ານ HIV / AIDS ຂອງ ຫວຽດນາມ ສະກັດນັ້ນການຕິດເຊື້ອ HIV ໄດ້ປະມານ 500.000 ຄົນ ແລະ 200.000 ຄົນບໍ່ເສຍຊີວິດຍ້ອນ HIV / AIDS. ຫວຽດນາມ ແມ່ນໜຶ່ງໃນສີ່ປະເທດທີ່ມີຄຸນນະພາບການປິ່ນປົວ HIV / AIDS ຢືນແຖວໜ້າໂລກ ພ້ອມກັບ ອັງກິດ, ເຢຍລະມັນ ແລະ ສະວິດ.

        ແລະກໍ່ໃນພິທີຊຸມນຸມມິດ-ຕິງ, ທ່ານຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ ຫວຽດນາມ ເຈືອງຮ່ວາບີ່ງ ໄດ້ມອບຫຼຽນໄຊແຮງງານຊັ້ນ 2 ຂອງປະທານປະເທດໃຫ້ແກ່ກົມປ້ອງກັນ HIV / AIDS (ກະຊວງສາທາລະນະສຸກ).

ຕອບກັບ

ຂ່າວ/ບົດ​ອື່ນ