ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ

ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ - ảnh 1

ພາບ (ອິນ​ເຕີ​ແນັດ)

( vovworld ) – ຄະນະ​ນຳ​ຂອງ​ກະຊວງ​ຍຸດ​ຕິ​ທຳ​ຫວຽດນາມ ​ໂດຍ​ທ່ານ​ລັດຖະມົນຕີ ຮ່າ​ຮູ່ງ​ເກື່ອງ ​ເປັນ​ຫົວໜ້າຄະນະ​ພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລາວ ​ແຕ່​ວັນ​ທີ 6-11/3, ຕອນ​ເຊົ້າວັນ​ທີ 7/3, ຢູ່ນະຄອນຫຼວງ​ວຽງ​ຈັນ, ຄະນະ​ໄດ້​ມີ​ການ​ພົບ​ປະເຈລະຈາກັບ​ຄະນະ​ຜູ້​ແທນ​ກະຊວງ​ຍຸດຕິ​ທຳ​ລາວ ​ໂດຍ​ທ່ານລັດຖະມົນຕີ ຈະ​ເລີ​ນ ​ເຢຍປາວ​ເຮີ ນຳ​ໜ້າ ​ເພື່ອ​ແນ​ໃສ່​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ບັນຫາ​ທີ່​ຕ່າງ​ຝ່າຍ​ຕ່າງ​ກໍ​ມີ​ຄວາມ​ສົນ​ໃຈ. ພາຍຫຼັງ​ການ​ພົບ​ປະ​ເຈລະຈາ, ສອງ​ຝ່າຍ​ໄດ້​ເປັນ​ສັກຂີ​ພິຍານ ພິທີ​ລົງ​ນາມ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ໜູນ​ຊ່ວຍ​ບຳລຸງ​ສ້າງ ​ແລະ ຄົ້ນຄ້ວາວິທະຍາສາດ​ລະຫວ່າ​ງມະຫາວິທະຍາ​ໄລ​ກົດໝາຍ​ຫວຽດນາມ ​ແລະ ມະຫາວິທະຍາ​ໄລ​ກົດໝາຍລາວ.

    ​ໃນ​ວັນ​ດຽວ​ກັນ, ຢູ່​ນະຄອນ​ດົ່ງ​ເຮີ​ຍ, ອົງການ​​ໄອ​ຍະ​ການ​ປະຊາຊົນ​ແຂວງ ກວາງ​ບິງ ຂອງ ຫວຽດນາມ ​ແລະ ງການ​​ໄອ​ຍະ​ການ​ປະຊາຊົນ​ແຂວງ ຄຳ​ມ່ວນ​ ຂອງ ​ລາວ ​ໄດ້​ພົບ​ປະ​ເຈລະຈາ ​ແລະ ລົງ​ນາມ​ບົດ​ບັນທຶກ​ຊ່ວຍ​ຈຳ​ດ້ວຍ​ຈຸດປະສົງ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງອົງການ​​ໄອ​ຍະ​ການ​ປະຊາຊົນ​ສອງແຂວງ. ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ປະຕິບັດ​ເນື້ອ​ໃນ​ຂໍ້​ຕົກລົງ​ລະຫວ່າງອົງການ​​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ​ປະ​ເທດ ສສ ຫວຽດນາມ ​ແລະ ອົງການ​​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ​ປະ​ເທດ ສປປ ລາວ ​ດ້ວຍເນື້ອ​ໃນ​ຢ່າງ​ມີ​ປະສິດທິ​ຜົນ; ​ເພີ່ມ​ທະວີ​ການ​ແລກປ່ຽນ​ບັນດາ​ຄະນະ​ຜູ້​ແທນ​ຂອງອົງການ​​ໄອ​ຍະ​ການ​ປະຊາຊົນ​ສອງ​ທ້ອງ​ຖິ່ນ, ​ເພີ່ມ​ທະວີ​ການ​ໂຄສະນາ, ສຶກສາ​ດ້ານ​ກົດໝາຍ​ໃຫ້​ປະຊາຊົນ​ເຂດ​ຊາຍ​ແດນ​ສອງ​ປະ​ເທດ….

 

ຂ່າວ/ບົດ​ອື່ນ