ຫວຽດ​ນາມ ແລະ ສ.ເກົາຫຼີ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ທາງ​ການ​ທູດ

(VOVWORLD) -ວັນທີ 28 ເມສາ, ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານ Chung Eui Yong ລັດຖະມົນຕີກະຊວງການຕ່າງປະເທດ ສ.ເກົາຫຼີ.
ຫວຽດ​ນາມ ແລະ ສ.ເກົາຫຼີ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ທາງ​ການ​ທູດ - ảnh 1ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ (ພາບ: TTXVN)

ທີ່ການໂອ້ລົມສົນທະນາ, ສອງຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການພົວພັນແລກປ່ຽນທຸກຂັ້ນ, ພິເສດແມ່ນຂັ້ນສູງຂອງສອງປະເທດ ດ້ວຍບັນດາຮູບແບບທີ່ມີໄຫວພິບຄືການໂອ້ລົມທາງໂທລະສັບ, ທາງອອນລາຍ, ເພີ່ມທະວີການຮ່ວມມືລະຫວ່າງກະຊວງການຕ່າງປະເທດ ສອງປະເທດ ຢ່າງແໜ້ນແຟ້ນ, ໃນນັ້ນມີການຊຸກຍູ້ການຜັນຂະຫຍາຍບັນດາການເຄື່ອນໄຫວສະເຫຼີມສະຫຼອງ 30 ແຫ່ງວັນສ້າງຕັ້ງການພົວພັນທາງການທູດໃນປີ 2022 ແລະ ການໜູນຊ່ວຍວຽກງານຂອງ ອົງການຕາງໜ້າສອງປະເທດ ໃຫ້ເປັນຢ່າງດີ, ສົມທົບກັນຊຸກຍູ້ວົງເງິນການຄ້າບັນລຸເປົ້າໝາຍ 100 ຕື້ USD  ຕາມທິດທີ່ສົມດຸນກ່ວາ, ເປີດກວ້າງການລົງທຶນ ເພື່ອເຂົ້າມາລົງທຶນຫວຽດນາມ, ຊຸກຍູ້ການພົວພັນລະຫວ່າງທ້ອງຖິ່ນ ແລະ ວິສາຫະກິດ ສອງປະເທດ, ສົມທົບກັນໃນວຽກງານປົກປ້ອງພົນລະເມືອງ ຢ່າງແໜ້ນແຟ້ນ.

ສອງຝ່າຍໄດ້ເຫັນດີເປັນເອກະພາບສະໜັບສະໜູນ ແລະ ສົມທົບກັນຢ່າງແໜ້ນແຟ້ນໃນຂອບເຂດການຮ່ວມມືໃນພາກພື້ນ ແລະ ສາກົນ ຄື ສປຊ, ອາຊຽນ - ສ.ເກົາຫຼີ. ສອງຝ່າຍກໍ່ໄດ້ແລກປ່ຽນຄຳເຫັນກ່ຽວກັບບັນດາບັນຫາ ສາກົນ, ພາກພື້ນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີບັນຫາທະເລຕາເວັນອອກ, ແຫຼມເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ