ຫວຽດນາມ - ໂປໂລຍ ເພີ່ມທະວີການຮ່ວມມືຮັກສາສິ່ງແວດລ້ອມ

ຫວຽດນາມ - ໂປໂລຍ ເພີ່ມທະວີການຮ່ວມມືຮັກສາສິ່ງແວດລ້ອມ - ảnh 1
(ພາບປະກອບ)

(vovworld) -     ​ເວທີ​ປາ​ໄສປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ “​ໂປ​ໂລ​ຍ - ຫວຽດນາມ” ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 8/10, ຢູ່​ຮ່າ​ໂນ້ຍ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ຫວຽດນາມ Bui Cach Tuyen, ທ່ານ​ຮອງລັດ​ຖະມົນຕີ​ກະຊວງ​ສິ່ງ​ແວດ​ລ້ອມ​ໂປ​ໂລ​ຍ Beata Jacsewska, ຜູ້ຕາງໜ້າ​ບັນດາ​ວິ​ສາ​ຫະກິດ ​ແລະ ບັນດາ​ຜູ້​ຊ່ຽວຊານ​ໃນ​ຂົງ​ເຂດ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ຂອງ​ສອງ​ປະ​ເທດ. ກ່າວ​ຄຳ​ເຫັນ​ທີ່​ເວທີ​ປາ​ໄສ, ທ່າ​ນຮອງ​ລັດຖະມົນຕີ Bui Cach Tuyen ​ໃຫ້​ຮູ້​ວ່າ, ນັບ​ແຕ່​ເບື້ອງ​ຕົ້ນບັນຫາ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຈາກ​ລັດຖະບານ​ຫວຽດນາມ. ພ້ອມ​ກັບບັນດາ​ມາດ​ຕະການກ່ຽວ​ກັບນະ​ໂຍບາຍ, ຍາມ​ໃດ​ຫວຽດນາມ ກໍ​ເອົາ​ໃຈ​ໃສ່​ເຖິງ​ການ​ປັບປຸງ​ກົງຈັກ​ອົງການ​ຈັດ​ຕັ້ງ​​ເພີ່ມ​ທະວີ ​ແລະ ຫັນ​ແຫຼ່ງລົງທຶນເປັນ​ຫຼາຍ​ຮູບ​ຫຼາຍ​ແບບ​, ຊຸກຍູ້​ການ​ຄົ້ນຄວ້າ​ວິທະຍາສາດ, ​ເພີ​ມທະວີ​ການ​ຮ່ວມ​ມື​ສາກົນ​ກ່ຽວ​ກັບການປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ​ໃນ​ນັ້ນ​ມີ​ໂປ​ໂລ​ຍ. ທ່ານ​ຮອງ​ລັດຖະມົນຕີ Bui Cach Tuyen ​ໄດ້​ເນັ້ນ​ໜັກ​ວ່າ.

“ໂປ​ໂລ​ຍ ​ແມ່ນ​ປະ​ເທດ​ຢູ່​ເອີ​ລົບ ​ບັນລຸ​ໄດ້​ບັນດາ​ຜົນງານ​​ໃນ​ວຽກ​ງາ​ນປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມດີພໍ​ສົມຄວນ. ​ເລື່ອງ​ຍູ້​ແຮງ​ການ​ຮ່ວມ​ມື​ກັບ​ກະຊວງ​ສິ່ງ​ແວ​ດລ້ອມໂປ​ໂລ​ຍ ກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ແມ່ນ​ບຸລິມະ​ສິດ​ອັນ​ດັບ​ໜຶ່ງ​ຂອງ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ, ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ ກໍ​ຄື​ຊຸກຍູ້​ການ​ປະຕິບັດ​ບັນດາ​ຈຸດໝາຍ​ຍຸດ​ທະ​ສາດ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ຫວຽດນາມ ຢ່າງ​ມີ​ປະສິດທິ​ຜົນ. ​ເວທີ​ປາ​ໄສປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ໂປ​ໂລ​ຍ - ຫວຽດນາມ ຄັ້ງ​ນີ້​ຈະ​ສ້າງ​ກາລະໂອກາດ​ທີ່​ດີ​ໃຫ້​ແກ່​ພວກ​ເພື່ອ​ແລກປ່ຽນ, ປຶກສາ​ຫາລື ກ່ຽວ​ກັບ​ຄວາມ​ສາມາດ​ຮ່ວມ​ມື ​ແລະ ສົ່ງ​ເສີມ​ການ​ລົງທຶນ​ລະຫວ່າງ​ບັນດາ​ວິ​ສາ​ຫະກິດ​ສິ່ງ​ແວດ​ລ້ອມສອງ​ປະ​ເທດ.”

ສ່ວນ​ທ່ານຮອງລັດ​ຖະມົນຕີ​ກະຊວງ​ສິ່ງ​ແວດ​ລ້ອມ​ໂປ​ໂລ​ຍ Beata Jacsewska ​ໄດ້​ເນັ້ນ​ໜັກ​ວ່າ, ​ໂປ​ໂລ​ຍ ຢາກ​​ແບ່ງປັນບັນດາ​ບົດຮຽນ​ກັບ​ຫວຽດນາມ ກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ໃນ​ວິວັດ​​ 20 ປີ​ແຫ່ງ​ການຫັນປ່ຽນ​ເສດຖະກິດ ​ເຊິ່ງປະ​ເທດ​ນີ້​ໄດ້​ຜ່າ​ນຜ່າ.

ຂ່າວ/ບົດ​ອື່ນ