ອັງ​ກິດ​ຂຶ້ນ​ແຜນ​ການ​ຈັດ​ກອງ​ປະ​ຊຸມ​ຄັ້ງ​ທຳ​ອິດ​ຂອງ​ໂລກ​ກ່ຽວ​ກັບ AI

(VOVWORLD) - ອັງກິດແມ່ນສະຖານທີ່ດີທີ່ສຸດເພື່ອຈັດກອງປະຊຸມຄັ້ງທຳອິດໃນໂລກກ່ຽວກັບຄວາມປອດໄພ AI ຍ້ອນວ່າ ແຕ່ດົນນານມາແລ້ວ ປະເທດນີ້ແມ່ນສະຖານທີ່ພັດທະນາບັນດາເຕັກໂນໂລຢີໃນອະນາຄົດ.
ອັງ​ກິດ​ຂຶ້ນ​ແຜນ​ການ​ຈັດ​ກອງ​ປະ​ຊຸມ​ຄັ້ງ​ທຳ​ອິດ​ຂອງ​ໂລກ​ກ່ຽວ​ກັບ AI - ảnh 1ພາບປະກອບ: nhandan.vn

ວັນທີ 24 ສິງຫາ, ລັດຖະບານ ອັງກິດ ປະກາດຈະຈັດກອງປະຊຸມສຸດຍອດທົ່ວໂລກ ກ່ຽວກັບຄວາມປອດໄພປັນຍາປະດິດ (AI) ໃນເດືອນພະຈິກຈະມາເຖິງ. ໃນຖະແຫຼງການສະບັບໜຶ່ງ, ລັດຖະບານອັງກິດ ຊີ້ແຈ້ງວ່າ ຄາດວ່າ ກອງປະຊຸມຈະດຳເນີນໃນວັນທີ 1 - 2 ພະຈິກຢູ່ສວນສາທາລະນະ Bletchley, ນະຄອນ Milton Keynes.

ຜູ້ອຳນວຍການຝ່າຍບໍລິຫານຂອງຫຼາຍບໍລິສັດເຕັກໂນໂລຢີ, ເຈົ້າໜ້າທີ່ລັດຖະບານ ແລະ ນັກຮຽນຮູ້ຈະຈັດກອງປະຊຸມ ເພື່ອພິຈາລະນາບັນດາຄວາມສ່ຽງ ໂດຍ AI ກໍ່ຂຶ້ນ ແລະ ປຶກສາຫາລືວິທີການຫຼຸດຜ່ອນບັນດາຄວາມສ່ຽງນີ້.

ທ່ານນາຍົກລັດຖະມົນຕີ ອັງກິດ Rishi Sunak ເນັ້ນໜັກວ່າ ອັງກິດແມ່ນສະຖານທີ່ດີທີ່ສຸດເພື່ອຈັດກອງປະຊຸມຄັ້ງທຳອິດໃນໂລກກ່ຽວກັບຄວາມປອດໄພ AI ຍ້ອນວ່າ ແຕ່ດົນນານມາແລ້ວ ປະເທດນີ້ແມ່ນສະຖານທີ່ພັດທະນາບັນດາເຕັກໂນໂລຢີໃນອະນາຄົດ. ກອງປະຊຸມ ໄດ້ຂຶ້ນແຜນການໃນສະພາບການລັດຖະບານບັນດາປະເທດໃນໂລກຕ້ອງປະເຊີນໜ້າກັບບັນຫາຫຍຸ້ງຍາກແມ່ນ ເຮັດແນວໃດເພື່ອຄວບຄຸມບັນດາຄວາມສ່ຽງຊ້ອມແຝງຂອງ AI ເຊິ່ງບໍ່ຈຳກັດ ນະວັດຕະກຳ.

ຕອບກັບ

ຂ່າວ/ບົດ​ອື່ນ