(ພາບ:tintuc.vnn.vn)
(vovworld) – ໃນການຢ້ຽມຢາມ ແລະ ເຮັດວຽກຢູ່ລາວແຕ່ວັນທີ 5-12/5, ວັນທີ 6/5, ຄະນະຜູ້ແທນສະຫະພັນແຮງງານຮ່າໂນ້ຍ ນຳໂດຍທ່ານປະທານເຈິ່ນວັນທຶກນຳໜ້າ ໄດ້ມີການປະຊຸມກັບສະຫະພັນກຳມະບານນະຄອນວຽງຈັນ ໂດຍທ່ານປະທານຄຳພັນ ຄຳມະນີ ນຳໜ້າ. ສອງຝ່າຍສະແດງໃຫ້ເຫັນຄວາມປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມືລະຫວ່າງສອງອົງການກ່ວາອີກເພື່ອແນໃສ່ເອົາໃຈໃສ່ເບິ່ງແຍງ, ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງຜູ້ອອກແຮງງານ. ສອງຝ່າຍໄດ້ເຊັນບົດບັນທຶນຊ່ວຍຈຳກ່ຽວກັບການຮ່ວມມືໄລຍະ 2013-2018, ໃນນັ້ນ, ໄດ້ເຫັນດີເປັນເອກະສັນນຳກັນວ່າ: ແຕ່ລະປີຈະຜັດປ່ຽນກັນສົ່ງຄະນະຜູ້ແທນກຳມະບານຂັ້ນນະຄອນໄປຢ້ຽມຢາມ, ເຮັດວຽກ ແລະ ແລກປ່ຽນບົດຮຽນໃນການປະຕິບັດວຽກງານ. ເນື້ອໃນການຮ່ວມມືລະຫວ່າງອົງການກຳມະບານສອງນະຄອນຫຼວງຈະສືບຕໍ່ໄດ້ຮັບການເປີດກ້ວາງ ແລະ ພັດທະນາຕາມຂໍ້ຕົກລົງສຳລັບບັນດາບັນຫາຊື່ງສອງຝ່າຍຕ່າງມີຄວາມສົນໃຈ.