ອົງມົງກຸດລາຊະກຸມມານນອກແວສິ້ນສຸດການຢ້ຽມຢາມຫວຽດນາມເປັນທາງການຢ່າງຈົບງາມ

ອົງມົງກຸດລາຊະກຸມມານນອກແວສິ້ນສຸດການຢ້ຽມຢາມຫວຽດນາມເປັນທາງການຢ່າງຈົບງາມ - ảnh 1
ອົງ​ມົງກຸດ​ລາຊະ​ກຸ່ມ​ມານ ນອກ​ແວ Haakon ​ແລະ ​ເຈົ້າ​ຍິງ Mette Marit ພົບປະກັບວິສາຫະກິດ ຫວຽດນາມ ແລະ ນອກແວ
(ພາບ: TTXVN)

(vovworld) – ວັນ​ທີ 21/3, ອົງ​ມົງກຸດ​ລາຊະ​ກຸ່ມ​ມານ ນອກ​ແວ Haakon ​ແລະ ​ເຈົ້າ​ຍິງ Mette Marit ​ໄດ້​ເດີນທາງ​ອອກ​ຈາກ​ນະຄອນ ​ໂຮ່ຈີ​ມິນ, ສິ້ນ​ສຸດ​ການ​ຢ້ຽມຢາມ ຫວຽດນາມ ​ເປັນ​ທາງ​ການ​ຢ່າງ​ຈົບງາມ​ຕາມ​ຄຳ​ເຊີ​ນຂອງ​ທ່ານ​ນາງ​ປະທານ​ປະ​ເທດ ​ຫງວຽນ​ທິຢວານ. ​ໃນ​​ໄລຍະ​ຢູ່​ຢ້ຽມຢາມ​ ຫວຽດນາມ ຢ່າງ​ເປັນ​ທາງ​ການ, ອົງ​ມົງກຸດ​ລາຊະ​ກຸມມານ​ ນອກ​ແວ Haakon ມີ​ກາ​ນ​ເຈລະຈາ​ກັບ​ທ່ານ​ນາງ​ຮອງປະທານ​ປະ​ເທດ ຫງວຽນ​ທິຢວານ, ​ເຂົ້າ​ຢ້ຽມ​ຂຳ່ນັບ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ​ແລະ ມີ​ການ​ເຄື່ອນ​ໄຫວ​ຈຳນວນ​ໜຶ່ງ​ອື່ນໆ​ຢູ່ ຮ່າ​ໂນ້ຍ, ​ເຫ້ວ ​ແລະ ນະຄອນ ​ໂຮ່ຈີ​ມິນ. ທີ່​ການ​ພົບ​ປະ​ຄັ້ງ​ຕ່າງໆ, ການ​ນຳ​ລັດ ​ແລະ ລັດຖະບານ ຫວຽດນາມ ຖື​ວ່າການ​ຢ້ຽມຢາມ​ຂອງ​ອົງ​ມົງກຸດ​ລາຊະ​ກຸມມານ ​ແລະ ​ເຈົ້າ​ຍິງ ​ເປັນ​ຂີດ​ໝາຍ​ສຳຄັນ​ໃນ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ 2 ປະ​ເທດ, ຢັ້ງຢືນ ຫວຽດນາມ ຈະ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດຂອງ​ຕົນ ພ້ອມ​ກັບ ນອກ​ແວ ສືບ​ຕໍ່​ນຳ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​​ໃຫ້ນັບ​ມື້​ນັບ​ເລິກ​ເຊິ່ງ ກ້ວາງ​ຂວາງ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ, ພ້ອມ​ທັງຢັ້ງຢືນວ່າ ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງຕົນ, ຍາ​ມ​ໃດ ຫວຍ​ດນາມ ກໍ່​ຖືການ​ພົວພັນ​ກັບ​ບັນດາ​ປະ​ເທດ​ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ​ຢູ່ ​ເອີ​ລົບ​ເໜືອເປັນ​ສຳຄັນ​ໃນ​ນັ້ນ​ມີ​ນອກ​ແວ​.

ຂ່າວ/ບົດ​ອື່ນ