ອັດ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 9, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XIV

(VOVWORLD) -ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XIV ໄດ້ພິຈາລະນາ ຮັບຮອງເອົາມະຕິຫຼາຍສະບັບກ່ອນທີ່ຈະອັດລົງໃນຕອນບ່າຍວັນທີ 19 ມິຖຸນາ
ອັດ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 9, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XIV - ảnh 1ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XIV (ພາບ: Quochoi.vn) 

ໃນນັ້ນມີມະຕິວ່າດ້ວຍການທົດລອງຈັດຕັ້ງຮູບແບບອຳນາດການປົກຄອງຕົວເມືອງ ແລະ ບາງກົນໄກ, ນະໂຍບາຍທີ່ເປັນເອກະລັກສະເພາະ ພິເສດຕໍ່ການພັດທະນານະຄອນດ່ານັ້ງ, ມະຕິວ່າດ້ວຍໂຄງການເປົ້າໝາຍແຫ່ງຊາດພັດທະນາເສດຖະກິດ - ສັງຄົມເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍໄລຍະ 2021 – 2030…ສະພາແຫ່ງຊາດໄດ້ລົງຄະແນນສຽງຮັບຮອງເອົາກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາ ຂອງກົດໝາຍວ່າດ້ວຍການຈັດຕັ້ງສະພາແຫ່ງຊາດ.

ແລະກໍ່ໃນຕອນເຊົ້າວັນດຽວກັນ, ສະພາແຫ່ງຊາດໄດ້ຮັບຮອງເອົາມະຕິວ່າດ້ວຍການຫຼຸດ 30% ອາກອນລາຍຮັບປີ 2020ໃຫ້ແກ່ວິສາຫະກິດທີ່ມີລາຍຮັບຕ່ຳກ່ວາ 200 ຕື້ດົ່ງ (ປະມານ 8,6 ລ້ານ USD). ມະຕິໄດ້ຮັບຮອງເອົາດ້ວຍບັດສະໜັບສະໜູນແມ່ນຫຼາຍກ່ວາ 92%, ມີຜົນສັກສິດພາຍຫຼັງການລົງລາຍເຊັ່ນມາເປັນເວລາ 45 ມື້ ແລະ ໄດ້ນຳໃຊ້ໃຫ້ແກ່ການຄິດໄລ່ອາກອນໃນປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ