ອັດງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ 10

ອັດງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ 10 - ảnh 1

ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ກ່າວຄຳ​ເຫັນ​ທີ່ພິທີ​ອັດ

(ພາບ:letruonghaihieu.net)

( vovworld ) – ພາຍຫລັງ​ດຳ​ເນີນ​ການ​ແຂ່ງຂັນຢ່າງ​ຟົດຟື້ນ​ມາ​ເປັນ​ເວລາ 4 ວັນ, ຕອນ​ຄ່ຳ​ວັນ​ທີ 15/6, ງານ​ມະ​ໂຫລານ​ກະຈາຍສຽງ​ທົ່ວປະ​ເທດ​ຄັ້ງທີ 10 ​ໄດ້​ອັດ​ລົງ​ຢູ່​ຫໍ​ວັດທະນະທຳ​ມິດຕະພາບ​ຮ່າ​ໂນ້ຍ. 124 ບົດ​ປະພັນ​ໄດ້​ຮັບ​ການ​ເຊີ​ດຊູ​ແມ່ນ​ໝາກຜົນ​ທີ​ເຕັ່ມ​ໄປ​ດ້ວຍ​ກຳລັງ​ເຫື່ອ​ແຮງ, ພູມ​ປັນຍາ, ສຸດ​ຈິດ​ສຸດ​ໃຈ​ຂອງ​ຖັນ​ແຖວ​ຜູ້​​ເຮັດ​ວຽກ​ງານ​ກະຈາຍສຽງ​ຫວຽດນາມ. ກ່າວຄຳ​ເຫັນ​ທີ່ພິທີ​ອັດ, ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ​ໄດ້​ອວຍພອນ​ຜົນງານ​ຂອງງານ​ມະ​ໂຫລານ​ກະຈາຍສຽງ​ທົ່ວປະ​ເທດ​ຄັ້ງທີ 10 ​ແລະ ສະ​ເໜີ​ວ່າ:

   “ບັນດາ​ນັກ​ຂ່າວ​ກະຈາຍ​ສຽງ ຄວນ​ສືບ​ຕໍ່​ຍ້ອງຍໍ​ສັນລະ​ເສີນ ​ແລະ ​ເປີກ​ດ້ວາງ​ບັນດາ​ແບບຢ່າງ​ດີ​ເດັ່ນ, ບັນດາ​ປັດ​ໄຈ​ໃໝ່, ຮູບ​ແບບ​ດີ ພ້ອມ​ທັງ​ຕັ້ງໜ້າ​ຕໍ່ສູ້ ກໍ​ຄື​ສ້າງ​ຫາງ​ສຽງສັງຄົມ​ເພື່ອ​ຕ້ານ​ໄພ​ຫຍໍ້​ທໍ້, ອາດຍາ​ສິດ, ສໍ້​ລາດ​ບັງ​ຫຼວງ, ຟູມ​ເຟືອຍ ​ແລະ ​ໄພ​ສັງຄົມ, ປະກອບສ່ວນ​ສ້າງ​ສັງຄົມ​ນັບ​ມື້​ນັບ​ປອດ​ໃສ, ຕໍ່ສູ້​ຕ້ານ​ກົນອຸບາຍ, ​​ເລ້ລ່ຽມ ​ແລະ ຖ້ອຍ​ທຳນອງ​ຜິດ​ເຂ​ວຂອງ​ບັນດາ​ອິດ​ທິກຳລັງ​ທີ່​​ເປັນ​ປໍ​ລະ​ປັກ
ອັດງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ 10 - ảnh 2

ບັນດາ​ນັກ​ຂ່າວ​ໄດ້​ຮັບ​ລາງວັນ

(ພາບ:tinnhanhviet.com)

   ທີ່​ພິທີ​ອັດ, ຄະນະ​ຈັດຕັ້ງ​ໄດ້​ມອບ 16 ລາງວັນ​ຄຳ, 30 ລາງວັນ​ເງິນ ​ແລະ 70 ລາງວັນ​ທອງ​ໃຫ້​ບັນດາ​ບົດ​ສາລະ​ຄະດີ, ບົດ​ສຳພາດ, ​ເລື່ອງລາວອອກອາກາດທາງ​ວິທະຍຸ, ລາຍການ​ສັງ​ລວມ ​ແລະ ລາຍການ​ຈະ​ຈາ​ຍສຽງ​ສົດ. ທ່ານ Vu Hai ຮອງ​ຜູ້ອຳນວຍການ​ໃຫ່ຍ​ວິທະຍຸກະຈາຍສຽງ​ຫວຽດນາມ, ຫົວໜ້າ​ຄະນະ​ຈັດຕັ້ງງານ​ມະ​ໂຫລານ​ກະຈາຍສຽງ​ທົ່ວປະ​ເທດ​ຄັ້ງທີ 10 ຢືນຢັນ​ວ່າ:

   “ຜົນສຳ​ເລັດ​ໃຫ່ຍກ່ວາ​ໝູ່​ຂອງ​ງານ​ມະ​ໂຫລານ​ກະຈາຍສຽງ​ທົ່ວປະ​ເທດ​ຄັ້ງທີ 10 ນັ້ນ​ແມ່ນ ຜ່ານ​ບັນດາ​ບົດ​ປະພັນ, ລາຍການ​ເຂົ້າຮ່ວມ​ການ​ເສັງ, ພວກ​ເຮົາ​ສາມາດ​ເຫັນ​ໄດ້​ຄວາມ​ສຸດ​ຈິດ​ສຸດ​ໃຈ, ນ້ຳໃຈ​ຮັກ​ອາຊີບ, ຄວາມ​ສະດຸ​ງ​ໄວ້, ມີ​ສະຕິທຸ່ນທ່າຽງ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ​ໃນ​ຊີວິດ​ປະຈຳ​ວັນ. ນັ້ນ​ແມ່ນ​ຄຸນ​ນະ​ທາດດ້ານ​ການ​ເມືອງ​ຂອງ​ບັນດາ​ຜູ້​ເຮັດ​ວຽກ​ງານ​ກະຈາຍສຽງ​ປະຈຸ​ບັນ​ນີ້“.

 


ຂ່າວ/ບົດ​ອື່ນ