(VOVWORLD) - ນີ້ບໍ່ແມ່ນຄັ້ງທຳອິດທີ່ກຳລັງຮັກສາສັນຕິພາບສະຫະປະຊາຊາດ ກ່າວຫາກອງທັບ ອິດສະຣາແອັນ ຍິງປືນໃສ່ທິດໄປຂອງກຳລັງນີ້.
ວັນທີ 16 ພະຈິກ, ກຳລັງປ້ອງກັນ ອິດສະຣາແອັນ (IDF) ຢັ້ນຢືນວ່າ ໄດ້ຍິງປືນໃສ່ທະຫານ 2 ຄົນຂຶ້ນກັບກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດ ຢູ່ທາງພາກໃຕ້ ລີບັງ, ອ້າງສາຍເຫດແມ່ນ “ຍ້ອນເງື່ອນໄຂດິນຟ້າອາກາດບໍ່ດີ”. ຕາມກຳລັງ IDF ແລ້ວ, ກຳລັງ ອິດສະຣາແອັນ ພົບເຫັນ “2 ເປົ້າໝາຍມີລະແວງສົງໄສ” ຢູ່ເຂດ Al-Hamames. ເຖິງຢ່າງໃດກໍ່ຕາມ, ພາຍຫຼັງກວດກາຄືນ, IDF ຢັ້ງຢືນວ່າ ທະຫານ 2 ຄົນນີ້ແມ່ນຂຶ້ນກັບກຳລັງຊົ່ວຄາວຂອງສະຫະປະຊາຊາດຢູ່ ລີບັງ (UNIFIL) ທີ່ພວມລາດຕາເວນ. IDF ໃຫ້ຮູ້ວ່າ ບໍ່ຕັ້ງໃຈບຸກໂຈມຕີນາຍທະຫານ UNIFIL ແລະ ເຫດການພວມໄດ້ແກ້ໄຂຜ່ານບັນດາຊ່ອງຕິດຕໍ່ຢ່າງເປັນທາງການ.
ນີ້ບໍ່ແມ່ນຄັ້ງທຳອິດທີ່ກຳລັງຮັກສາສັນຕິພາບສະຫະປະຊາຊາດ ກ່າວຫາກອງທັບ ອິດສະຣາແອັນ ຍິງປືນໃສ່ທິດໄປຂອງກຳລັງນີ້.