(VOVWORLD) - ບັນຮົບນີ້ຈະເຮັດໃຫ້ສະພາບຂາດສະຖຽນລະພາບຮ້າຍແຮງຂຶ້ນຕື່ມ ແລະ ອາດຈະພາໄປເຖິງໄພພິບັດດ້ານມະນຸດສະທຳຢູ່ຕາເວັນອອກກາງ.
(ພາບ: AP) |
ວັນທີ 16 ມີນາ, ອິດສະຣາແອັນ ຖະແຫຼງເລີ່ມດຳເນີນບັ້ນຮົບດ້ານການທະຫານທາງບົກຢູ່ ລີບັງ. ໃນທັນທີ, ຫຼາຍປະເທດໄດ້ກ່າວປະນາມບັ້ນຮົບນີ້. ວັນທີ 16 ມີນາ, ກະຊວງການຕ່າງປະເທດ ຕວກກີ ໄດ້ອອກຖະແຫຼງການຄັດຄ້ານບັ້ນຮົບດ້ານການທະຫານທາງບົກຢູ່ ລີບັງ ຢ່າງຂ້ຽວຂາດ ໂດຍໃຫ້ຮູ້ວ່າ: ບັນຮົບນີ້ຈະເຮັດໃຫ້ສະພາບຂາດສະຖຽນລະພາບຮ້າຍແຮງຂຶ້ນຕື່ມ ແລະ ອາດຈະພາໄປເຖິງໄພພິບັດດ້ານມະນຸດສະທຳຢູ່ຕາເວັນອອກກາງ, ພ້ອມທັງສະແດງຄວາມສາມັກຄີກັບ ລີບັງ ຕໍ່ໜ້າການລະເມີດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດນີ້.
ຫ້າປະເທດລວມມີ: ອັງກິດ, ຝະລັ່ງ, ເຢຍລະມັນ, ອີຕາລີ ແລະ ການາດາ ໄດ້ອອກຖະແຫຼງການຮ່ວມ ໂດຍໃຫ້ຮູ້ວ່າ: ການບຸກໂຈມຕີທາງບົກດ້ວຍຂອບຂະໜາດໃຫ່ຍຂອງ ອິດສະຣາແອັນ ຈະກໍ່ຜົນຢ້ອນຫຼັງດ້ານມະນຸດສະທຳຮ້າຍແຮງທີ່ສຸດ ແລະ ອາດຈະພາໄປເຖິງການປະທະກັນທີ່ແກ່ຍາວ, ຮຽກຮ້ອງການເຂົ້າຮ່ວມຢ່າງຕັ້ງໜ້າຂອງບັນດາຜູ້ຕາງໜ້າ ອິດສະຣາແອັນ ແລະ ລີບັງ ເພື່ອດຳເນີນການເຈລະຈາກ່ຽວກັບມາດຕະການການເມືອງທີ່ໝັ້ນແກ່ນ. ຖະແຫຼງການຮ່ວມຂອງບັນດາປະເທດຝ່າຍຕາເວັນຕົກ ກໍ່ໄດ້ກ່າວປະນາມຂໍ້ຕົກລົງຂອງ ເຮັກໂບລາ ເມື່ອເຂົ້າຮ່ວມການປະທະກັນພ້ອມກັບ ອີຣານ, ເນັ້ນໜັກວ່າຈະຮ່ວມເດີນທາງພ້ອມກັບລັດຖະບານ ແລະ ປຊຊ ລີບັງ, ຜູ້ທີ່ຖືກຕົກໃສ່ການປະທະກັນໂດຍບໍ່ຕັ້ງໃຈ.