(VOVWORLD) - ທ່ານນາຍົກລັດຖະມົນຕີກໍຮຽກຮ້ອງໃຫ້ສຳຫຼວດກວດຄືນ ແລະ ຫຼຸດຜ່ອນພາສີອາກອນ , ຄ່າທຳນຽມ, ຄ່າໃຊ້ຈ່າຍ ທີ່ກ່ຽວ ຂ້ອງເຖິງນ້ຳມັນຫຼາຍປະເພດເພື່ອໜູນຊ່ວຍວິສາຫະກິດ ແລະ ປະຊາຊົນ, ຍື່ນສະເໜີກ່ອນວັນທີ 20 ມີນາ.
ບັນຍາກາດກອງປະຊຸມ |
ຕອນຄ່ຳວັນທີ 16 ມີນາ, ຢູ່ຮ່າໂນ້ຍ, ເມື່ອກ່າວຄຳເຫັນທີ່ກອງປະຊຸມຄະນະປະຈຳລັດຖະບານ ກ່ຽວກັບບັນດາມາດຕະການຮັບປະກັນການສະໜອງ ແລະ ຮັກສາລາຄານ້ຳມັນເປັນປົກກະຕິ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ຮຽກຮ້ອງ ບໍ່ໃຫ້ຂາດເຂີນນ້ຳມັນໃນບໍ່ວ່າກໍລະນີໃດ; ລາຄາອີງໃສ່ຕະຫຼາດ ແລະ ລັດເປັນຜູ້ດັດສົມ, ປະຕິບັດບັນດາມາດຕະການຮັກສາລາຄານ້ຳມັນເປັນປົກກະຕິຢ່າງມີໄຫວພິບ, ເໝາະສົມ, ມີປະສິດທິຜົນ, ຮັບປະກັນ ແລະ ຜົນປະໂຫຍດຢ່າງກົມກຽວ ລະຫວ່າງລັດ, ປະຊາຊົນ ແລະ ວິສາຫະກິດ; ເກືອດຫ້າມສະພາບຈຳກັດປະລິມານນ້ຳມັນຂາຍອອກ, ເພີ່ມລາຄາ ແລະ ສວຍໃຊ້ນະໂຍບາຍເພື່ອຫາກຳລັງ, ສ້າງຄວາມປັ່ນປ່ວນແກ່ຕະຫຼາດຢ່າງເດັດຂາດ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃນກອງປະຊຸມ |
ທ່ານນາຍົກລັດຖະມົນຕີກໍຮຽກຮ້ອງໃຫ້ສຳຫຼວດກວດຄືນ ແລະ ຫຼຸດຜ່ອນພາສີອາກອນ , ຄ່າທຳນຽມ, ຄ່າໃຊ້ຈ່າຍ ທີ່ກ່ຽວ ຂ້ອງເຖິງນ້ຳມັນຫຼາຍປະເພດເພື່ອໜູນຊ່ວຍວິສາຫະກິດ ແລະ ປະຊາຊົນ, ຍື່ນສະເໜີກ່ອນວັນທີ 20 ມີນາ. ໃນເງື່ອນໄຂທີ່ຈຳເປັນ, ຖ້າສະພາບການປະທະກັນຢູ່ຕາເວັນອອກກາງແກ່ຍາວ, ຕ້ອງສຳຫຼວດກວດຄືນ, ສັງລວມບົດລາຍງານຕໍ່ຂັ້ນທີ່ມີສິດອຳນາດເພື່ອພິຈາລະນາຈັດແບ່ງງົບປະມານເພື່ອໜູນຊ່ວຍການຮັກສາລາຄານ້ຳມັນໃຫ້ເປັນປົກກະຕິ; ສ້າງນະໂຍບາຍ, ຮັບປະກັນການຜະລິດ, ດຳເນີນທຸລະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນເປັນປົກກະຕິ, ຈຳກັດຜົນສະທ້ອນຢ່າງສຸດຂີດ; ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຕ້ອງສົມທົບກັນຢ່າງແໜ້ນແຟ້ນໃນການຜັນຂະຫຍາຍບັນດາມາດຕະການຄຸ້ມຄອມ ແລະ ຮັກສາລາຄານ້ຳມັນໃຫ້ເປັນປົກກະຕິ.