ຍີ່​ປຸ່ນ-ອາ​ເມ​ລິ​ກາ-ສ.ເກົາຫຼີ ສົນ​ທະ​ນາ​ທາງ​ໂທ​ລະ​ສັບກ່ຽວ​ກັບ​ບັນ​ຫາ​ປະ​ເຊີນ​ໜ້າ​ຢູ່ ສ​ປ​ປ.ເກົາຫຼີ ພາຍຫຼັງ​ບັນ​ດາ​ເຫດ​ຍິງ​ລູກ​ສອນ​ໄຟ

(VOVWORLD) - ບັນດາເຫດຍິງລູກສອນໄຟນຳວິຖີຂອງ ສປປ ເກົາຫຼີ ໄດ້ລະເມີດບັນດາມະຕິກ່ຽວຂ້ອງຂອງສະພາຄວາມໝັ້ນຄົງ ສປຊ.
ຍີ່​ປຸ່ນ-ອາ​ເມ​ລິ​ກາ-ສ.ເກົາຫຼີ   ສົນ​ທະ​ນາ​ທາງ​ໂທ​ລະ​ສັບກ່ຽວ​ກັບ​ບັນ​ຫາ​ປະ​ເຊີນ​ໜ້າ​ຢູ່ ສ​ປ​ປ.ເກົາຫຼີ ພາຍຫຼັງ​ບັນ​ດາ​ເຫດ​ຍິງ​ລູກ​ສອນ​ໄຟ - ảnh 1(ພາບ: REUTERS)

   ວັນທີ 16 ມີນາ, ໄດ້ດຳເນີນການ ສົນທະນາທາງໂທລະສັບລະຫວ່າງບັນດາເຈົ້າໜ້າທີ່ຂັ້ນສູງຂອງກະຊວງການຕ່າງປະເທດສາມປະເທດ ຍີ່ປຸ່ນ-ອາເມລິກາ-ສ.ເກົາຫຼີ   ເພື່ອປຶກສາລືບັນດາມາດຕະການປະເຊີນໜ້າກັບ ສປປ.ເກົາຫຼີ ພາຍຫຼັງບັນດາເຫດຍິງລູກສອນໄຟຂອງປະເທດນີ້. ນະທີ່ນີ, ທ່ານ Otsuka Kengo, ຮອງຫົວໜ້າກົມອາຊີ ແລະ ມະຫາສະໝຸດ ສັງກັດກະຊວງການຕ່າງປະເທດ ຍີ່ປຸ່ນ, ທ່ານ Baek Yong-jin, ຜູ້ອຳນວຍການໃຫ່ຍຜູ້ຮັບຜິດຊອບນະໂຍບາຍເເຫຼມເກົາຫຼີ ສັງກັດກະຊວງການຕ່າງປະເທດ ສ.ເກົາລີ ແລະ ທ່ານ David Wilezol, ຮອງຜູ້ຊ່ວຍວຽກລັດຖະມົນຕີ ກະຊວງການຕ່າງປະເທດ ອາເມລິກາ ໄດ້ຢືນຢັນຄືນໃໝ່ທັດສະນະທີ່ຖືວ່າ ບັນດາເຫດຍິງລູກສອນໄຟນຳວິຖີຂອງ ສປປ ເກົາຫຼີ ໄດ້ລະເມີດບັນດາມະຕິກ່ຽວຂ້ອງຂອງສະພາຄວາມໝັ້ນຄົງ ສປຊ. ຍີ່ປຸ່ນ-ອາເມລິກາ-ສ.ເກົາຫຼີ  ກໍ່ຖືວ່າ ນີ້ແມ່ນບັນດາການກະທຳເກາະພິດ, ນາບຂູ່ສັນຕິພາບ, ຄວາມສະຫງົບປອດໄພຂອງພາກພື້ນ ແລະ ປະຊາຄົມສາກົນ ພ້ອມທັງຮຽກຮ້ອງໃຫ້ ພຽງຢ່າງ ຈົ່ງຢຸດຕິບັນດາການກະທຳດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ