ອົດສະຕາລີຫັນມາຊອກຫາເຮືອບິນMH370ຢູ່ເຂດທາງທິດໃຕ້

ອົດສະຕາລີຫັນມາຊອກຫາເຮືອບິນMH370ຢູ່ເຂດທາງທິດໃຕ້ - ảnh 1
ພາບ​ປະ​ກອບ

(vovworld) – ​​​ວັນ​ທີ 8/10, ບັນ​ດາ​ນັກ​ສືບ​ສວນຮັບ​ຮູ້​ວ່າ: ເຂດ​ບຸ​ລິ​ມະ​ສິດ​ຊອກ​ຫາ​ເຮືອ​ບິນ​ຫາ​ຍ​ສາບ​ສ​ູນ MH 370 ຂອງ​ບໍ​ລິ​ສັດ​ການ​ບິນ ມາ​ເລ​ເຊຍ ແອ​ລາຍ ໄດ້​ຫັນ​​ການ​ຊອກ​ຫາ​ສູ່​ເຂດ​ທາງທິດ​ໃຕ້ ຍ້ອນ​ບັນ​ດາ​ການ​ໄຈ້​ແຍກ​ກ່ຽວ​ກັບ​ສາຍ​ການ​ບິນ​ສະ​ແດງ​ໃຫ້​ເຫັນ​ວ່າ ເຮືອ​ບິນ​ລຳ​ດັ່ງ​ກ່າວ​ອາດ​ຈະ​ຖືກ ມ້ວນ​ໄປ​ຕາມ​ກະ​ແສນ້ຳ​ມະ​ຫາ​ສະ​ໝຸດ ອິນ​ເດຍ. 7 ເດືອນ​ພາຍຫຼັງ​ເຮືອ​ບິນ​ຖືກ​ຫາຍ​ສາບ​ສູນ​ພ້ອມ​ກັບ​ຜູ້​ໂດຍ​ສານ ແລະ ຈຸ​ບິນ 239 ຄົນ​ນັ້ນ, ກົມ​ຄວາມ​ປອດ​ໄພ​ທາງ​ຄົມ​ມະ​ນາ​ຄົມ ອົດ​ສະ​ຕາ​ລີ, ອົງ​ການ​ນຳ​ໜ້າ​ໃນ​ການ​ຊອກ​ຫາ​ເຮືອ​ບິນ, ໃຫ້​ຮູ້​ວ່າ: ບັນ​ດາ​ການ​ໄຈ້​ແຍກຫຼ້າ​ສຸດ​ໃຫ້​ເຫັນ​ວ່າ: ຄວນ​ປັບ​ປຸງ​ເຂດ​ບຸ​ລິ​ມະ​ສິດ​ໄປ​ທາງ​ທິດ​ໃຕ້ ໃນ​ໄລ​ຍະ​ຕໍ່​ໄປ​ຂອງ​ການ​ເຄື່ອນ​ໄຫວຊອກ​ຫາ​ແຕ່​ທິດນີ້. ກ່ອນ​ໜ້ານັ້ນ, ອົດ​ສະ​ຕາ​ລີ ກຳ​ນົດ​ເຂດ ບຸ​ລິ​ມະ​ສິດ ຊອກ​ຫາ ຫ່າງ​ຈາກ​ນະ​ຄອນ Perth ຂອງ ອົດ​ສະ​ຕາ​ລີ ກ່​ວາ 2.000 ກມ​ໄປ​ທາງ​ທິດ​ໃຕ​້.


ຂ່າວ/ບົດ​ອື່ນ