ອິດສະຣາແອນຖະແຫຼງເປີດກ້ວາງການບຸກໂຈມຕີທາງບົກຢຸ່ເຂດກາຊາ

ອິດສະຣາແອນຖະແຫຼງເປີດກ້ວາງການບຸກໂຈມຕີທາງບົກຢຸ່ເຂດກາຊາ - ảnh 1
ທະຫານ ອິດສະຣາແອນ ຍິງຢືນໃຫຍ່ເຂົ້າເຂດ ກາຊາ
(ພາບ: ສຳນັກຂ່າວສານ ຮວາຕູງ/TTXVN)

(vovworld) – ວັນ​ທີ 20/7, ກອງທັບ ອິດສະຣາ​ແອນ ​ຖະ​ແຫຼ​ງຈະ​ເປີດ​ກ້ວາງ​ບັ້ນ​ບຸກ​ໂຈມ​ຕີ​ທາງບົກ​​ແນ​ໃສ່​ເຂດ ກາຊາ, ​ໃນ​ສະພາບ​ການ​ປະ​ທະ​ກັນ​​ນອງ​ເລືອດ​ທີ່​ສຸດ​ນັບ​ແຕ່​ປີ 2009 ນີ້​​ໄດ້ກ້າວ​ເຂົ້າ​ສູ່​ມື້​ທີ 13, ຈຳນວນ​ຜູ້​ເສຍ​ຊີວິດ​ໄດ້​ຂຶ້ນ​ເຖິງ 360 ຄົນ.

    ຖະ​ແຫຼ​ງການ​ຂອງກອງທັບ ອິດສະຣາ​ແອນ ຊີ້​ແຈ້ງວ່າ​: “ຕອນ​ຄຳ່​ວັນ​ທີ 20/7, ​​ບັ້ນ​ຮົບ​ປົກ​ປັກ​ຮັກສາ​ເຂດ​ຊາຍ​ແດນ​ຈະ​ໄດ້​ຮັບ​ການ​ເປີດ​ກ້ວາງ, ກຳລັງ​ເພີ່ມ​ເຕີມ​ຈະ​ເຂົ້າ​ຮ່ວມ​ການ​ຕໍ່ສູ້​ຕ້ານ​ກໍ່​ການ​ຮ້າຍຢູ່​ເຂດ ກາຊາ ​ເພື່ອ​​ໃຫ້​ປະຊາຊົນ ອິດສະຣາ​ແອນ ອາດ​ຈະ​ດຳລົງ​ຊີວິດ​ຢ່າງ​ປອດ​ໄພ.”

    ​ໃນ​ຂະນະ​ນັ້ນ, ການ​ແຫ່​ຂະ​ບວນປະ​ທ້ວງ​ຄັດຄ້ານ ອິດສະຣາ​ແອນ ​ໄດ້​​ແຜ່​ລາມ​ອອກ​ຢ່າງ​ກ້ວາງ​ຂວາງ​ຢູ່​ຫຼາຍ​ປະ​ເທດ. ວັນ​ທີ 19/7, ບາງ​ເຂດ​ຢູ່​ນະຄອນ ລອນ​ດອນ, ປະ​ເທດ ອັງກິດ​ຖືກ​ຕິດ​ຂັດ ​ເມື່ອ​ຜູ້​ສະໜັບສະໜູນ ປາ​ແລດ​ສະຕີ​ນ ນັບ​ພັນ​ຄົນ​ໄດ້​​ແຫ່​ຂະ​ບວນຄັດຄ້ານ​ບັ້ນ​ບຸກ​ໂຈມ​ຕີ​ຂອງອິດສະຣາ​ແອນ ຢູ່​ເຂ​​ດກາຊາ.​ໃນ​ຂະນະ​ນັ້ນ, ການ​ແຫ່​ຂະ​ບວນຢູ່ ປາຣີ ​ໄດ້ ກາຍ​ເປັນ​ການ​ໃຊ້​ຄວາມ​ຮຸນ​ແຮງ. ນອກຈາກ​ນັ້ນ, ການ​ແຫ່​ຂະ​ບວນຮຽກ​ຮ້ອງຢຸດ​ຍິງ​ຢູ່​ເຂດ ກາ​ຊາ​ ກໍ່​ໄດ້​ດຳ​ເນີນ​ຢູ່​ສະຖານ​ທີ່​ບາງ​ແຫ່ງ​ຢູ່ ​ຝຣັ່ງ, ​ແບນ​ຊິກ ​ແລະ ຈີ​ເລ.

 

ຂ່າວ/ບົດ​ອື່ນ