
ທ່ານນາຍົກລັດຖະມົນຕີ ອີຕາລີ Paolo Gentiloni (ເບື້ອງຂວາ) ແລະ ທ່ານນາຍົກລັດຖະມົນຕີລັດຖະບານສາມັກຄີ ລີບີ Fayez Al – Serraj
|
(vovworld) - ວັນທີ 2/2, ທ່ານນາຍົກລັດຖະມົນຕີ ອີຕາລີ Paolo Gentiloni ແລະ ທ່ານນາຍົກລັດຖະມົນຕີລັດຖະບານສາມັກຄີ ລີບີ Fayez Al – Serraj ໄດ້ເຊັນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືເພື່ອແນໃສ່ສະກັດກັ້ນກະແສຊາວອົບພະຍົບຢ່າງຜິດກົດໝາຍ, ຕ້ານໄພການຄ້າມະນຸດ ກໍ່ຄືເພີ່ມທະວີການຄວບຄຸມເຂດຊາຍແດນລະຫວ່າງ 2 ປະເທດ. ກ່າວຄຳເຫັນພາຍຫຼັງພິທີລົງນາມຢູ່ Rome, ທ່ານນາຍົກລັດຖະມົນຕີ Gentiloni ໄດ້ເນັ້ນໜັກວ່າ: ຂໍ້ຕົກລົງນີ້ແມ່ນພະຍານຫຼັກຖານໃຫ້ແກ່ການຮ່ວມມືລະຫວ່າງ 2 ປະເທດໃນຫຼາຍເດືອນຜ່ານມາ. ແຕ່ເຖິງຢ່າງໃດກໍ່ຕາມ, ຂໍ້ຕົກລົງນີ້ “ພຽງແມ່ນພາກສ່ວນນ້ອຍ” ໃນແຜນການກ້ວາງໃຫຍ່ກ່ວາ ທີ່ຈະໄດ້ຮັບການປຶກສາຫາລືຢູ່ກອງປະຊຸມສຸດຍອດສະຫະພາບເອີລົບ (ອີຢູ) ເຊິ່ງຈັດຕັ້ງຢູ່ນະຄອນຫຼວງ Valletta ( ປະເທດ ມານຕາ) ໃນວັນທີ 3/2, ພ້ອມທັງຮຽກຮ້ອງຕ້ອງມີຄຳໝັ້ນສັນຍາຂອງບັນດາປະເທດສະມາຊິກ ອີຢູ ກ່ຽວກັບທາງດ້ານເສດຖະກິດ. ສ່ວນທ່ານນາຍົກລັດຖະມົນຕີ ລີບີ Al – Serraj ໃຫ້ຮູ້ວ່າ ຂໍ້ຕົກລົງ ດັ່ງກ່າວຮຽກຮ້ອງຕ້ອງມີການໜູນຊ່ວຍກ່ວາອີກ ເພື່ອໃຫ້ກຳລັງປ້ອງກັນຝັ່ງທະເລຂອງລີບີ ສາມາດຈະດຳເນີນບັນດາການລາດຕະເວນຢູ່ບັນດາເຂດທະເລທາງທິດເໜືອຂອງປະເທດນີ້ກໍ່ຄືດຳເນີນການສົ່ງຊາວອົບພະຍົບກັບເມືອປະເທດ.