ອິນເດຍ, ຍີ່ປຸ່ນ ແລະ ອາເມລິກາກະກຽມດຳເນີນການພົບປະສົນທະນາສາມຝ່າຍ

ອິນເດຍ, ຍີ່ປຸ່ນ ແລະ ອາເມລິກາກະກຽມດຳເນີນການພົບປະສົນທະນາສາມຝ່າຍ - ảnh 1
ທ່ານ Robert Blake ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ອາເມລິກາ
. (ພາບ: AFP/TTXVN)



(vovworld) - ອິນ​​ເດຍ, ຍີ່​ປຸ່ນ ​ແລະ ອາ​ເມ​ລິ​ກາ​ຈະ​ດຳ​ເນີນ​ການ​ພົບ​ປະ​ສົນ​ທະນາ​ສາມ​ຝ່າຍ​ໃນ​ວັນ​ທີ 29/10 ຢູ່ ນະຄອນຫລວງ New Delhi ​ເພື່ອ​ປຶ​ກສາ​ຫາລື​ບັນດາ​ບັນຫາ​ພາກ​ພື້ນ​ກໍ​ຄື​ສິ່ງ​ທ້າ​ທາຍ​ທົ່ວ​ໂລກ. ທີ່​ການ​ພົບ​ປະ​ສົນທະນາ, ບັນດາ​ຝ່າຍ​ຄາດ​ວ່າ​ຈະ​ປຶກສາ​ຫາລື​ກ່ຽວ​ກັບໂຄງ​ປະກອບ​ຄວາມ​ໝັ້ນຄົງ​ຂອງ​ພາກ​ພື້ນ, ພິ​ເສດ​ແມ່ນ​ຄວາມ​ໝັ້ນຄົງ​ການ​ເດີນ​ທະ​ເລ ​ແລະ ​ແບ່ງປັນ​ທັດສະນະ​ກ່ຽວ​ກັບ​ຈີນ. ນອກ​ນັ້ນ ຍັງ​ສຸມ​ໃສ່​ປຶກສາ​ຫາລື​ບັນດາ​ບັນຫາ​ລະອຽດ​ທີ​່ກ່ຽວຂ້ອງ​ເຖິງ​ການ​ຮ່ວມ​ມື​ຕ້ານ​ຈົນ​ສະລັດ, ບັນຫາ​ພາກ​ພື້ນ, ​ໃນ​ນັ້ນ ມີ​ບັນຫາ​ອາບ​ກາ​ນິສະຖາ​ນ ​ແລະ ມ້ຽນ​ມາ. ບັນດາ​ຝ່າຍ​ກໍ​ຈະ​ຄົ້ນ​ຄ້ວາ​ວິທີ​ຮ່ວມ​ມື​ທີ່​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ ຊຶ່ງ​ຈະດຳ​ເນີນ​ໃນ​ເດືອນ 11 ຈະ​ມາ​ເຖິງ​ຢູ່ ກຳປູ​ເຈຍ. ຕາມ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ​ແລ້ວ, ການ​ພົບ​ປະ​ສົນທະນາ​ ລະຫວ່າງ ອິນ​ເດຍ, ຍີ່ປຸ່ນ ​ແລະ ອາ​ເມ​ລິ​ກາ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ເພື່ອ​ກາຍ​ເປັນ​ເວທີ​ປາ​ໄສ​ດຳ​ເນີນ​ການ​ທາ​ບທາມ​ຄຳ​ເຫັນ​ຢ່າງ​ກົງ​ໄປ​ກົງ​ມາ ​ແລະ ຮອບດ້ານ ລະຫວ່າງ​ສາມ​ປະ​ເທດ ຜ່ານ​ການ​ແບ່ງປັນ​ບັນດາ​ຄຸນຄ່າ ​ແລະ ຜົນ​ປະ​ໂຫຍ​ດລວມຢູ່ ອາຊີ-ປາຊີ​ຟີ​ກ ​ແລະ ທົ່ວ​ໂລກ.

 

 

ຂ່າວ/ບົດ​ອື່ນ