ອິນເດຍ, ອີຢູ ມານະພະຍາຍາມເຊື່ອມຕໍ່ບັນດາການເຈລະຈາກ່ຽວກັບ FTA
(ພາບປະກອບ)
(vovworld) - ຫວ່າງແລ້ວນີ້, ທ່ານລັດຖະມົນຕີກະຊວງການຄ້າ ແລະ ອຸດສາຫະກຳອິນເດຍ ໄດ້ມີການພົບປະກັບຜູ້ຕາງໜ້າຂັ້ນສູງສະຫະພາບເອີລົບ (ອີຢູ) ກ່ຽວກັບດ້ານການຄ້າ, ທ່ານນາງ Cecilia Malmstroem ຢູ່ປາຣີ, ປະເທດຝລັ່ງ ເພື່ອປຶກສາຫາລືກ່ຽວກັບການຮ່ວມມືດ້ານການຄ້າ ກໍຄືຄວາມສາມາດເຊື່ອມຕໍ່ບັນດາການເຈລະຈາສັນຍາການຄ້າເສລີ (FTA) ລະຫວ່າງ 2 ຝ່າຍ, ພາຍຫຼັງໄລຍະຍາວທີ່ຖືກຢຸດສະງັກ. ທີ່ການພົບປະ, ບັນດາບັນຫາກ່ຽວຂ້ອງເຖິງການເພີ່ມທະວີການພົວພັນ 2 ຝ່າຍ, ບັນດາບັນຫາກ່ຽວຂ້ອງເຖິງຂໍ້ຕົກລົງຄື: ຂໍ້ຕົກລົງຮ່ວມມືດ້ານເສດຖະກິດຮອບດ້ານ, ຄູ່ຮ່ວມມືດ້ານເສດຖະກິດຮອບດ້ານໃນພາກພື້ນ ແລະ ສັນຍາຄີຄູ່ຮ່ວມມືຂ້າມປາຊີຟິກ… ໄດ້ນຳມາເພື່ອປຶກສາຫາລື. ນີ້ແມ່ນກອງປະຊຸມຄັ້ງທີ 3 ລະຫວ່າງເຈົ້າໜ້າທີ່ຂັ້ນສູງລະຫວ່າງອິນເດຍ ແລະ ອີຢູ ໃນປີນີ້ ເພື່ອແກ້ໄຂບັນດາຄວາມບໍ່ລົງລອຍກັນທີ່ກ່ຽວຂ້ອງເຖິງ FTA.