ອິນໂດເນເຊຍສິ້ນສຸດບັ້ນຂົນຂວາຍຫາສຽງເລືອກຕັ້ງ

ອິນໂດເນເຊຍສິ້ນສຸດບັ້ນຂົນຂວາຍຫາສຽງເລືອກຕັ້ງ - ảnh 1
ທ່ານ​ອະດີດ​ປະທານາທິບໍດີ Prabowo Subianto
(ພາບ: Reuters)

(vovworld) - ວັນ​ທີ 5/7, ບັ້ນ​ຂົນຂວາຍ​ຫາ​ສຽງ​ເລືອກ​ຕັ້ງ​ຢູ່​ອິນ​ໂດ​ເນ​ເຊຍ​ໄດ້​ສິ້ນ​ສຸດ​ລົງ. ຄາດ​ວ່າ​ຈະ​ມີ​ຜູ້​ມີ​ສິດ​ເລືອກ​ຕັ້ງ 186 ລ້ານ​ຄົນ​ໄປ​ປ່ອນ​ບັດ​ໃນ​ວັນ​ທີ 9/7 ​ເພື່ອ​ເລືອກ​ເຟັ້ນຜູ້​ສະໝັກ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ 2 ທ່ານ, ​ແມ່ນ​ທ່ານ​ອະດີດ​ປະທານາທິບໍດີ Prabowo Subianto ​ແລະ ຜູ້​ວ່າການ Joko widodo.  ກ່າວ​ຄວາມ​ເຫັນ​ຕໍ່​ຜູ້​ສະໜັບສະໜູນ 20.000 ຄົນ​ຢູ່​ນະຄອນຫຼວງ Jakata , ທ່ານ Joko widodo ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ຍັງ​ຄົງ​ຄ້າງ​ຂອງ​ປະ​ເທດ. ​ໃນ​ຂະນະ​ນັ້ນ​ທ່ານ Prabowo Subianto ​ໃຫ້​ຮູ້​ວ່າ, ຈະ​ນຳ​ມາ​ເຊິ່ງພື້ນຖານ​ປະຊາທິປະ​ໄຕ​ໃຫ້​ປະຊາຊົນ​ທຸກ​ຄົນ. ຊາວ​ອິນ​ໂດ​ເນ​ເຊຍ​ທີ່​ດຳລົງ​ຊີວິດ​ຢູ່​ຕ່າງປະ​ເທດ ​ໄດ້​ໄປ​ປ່ອນ​ບັດ​ນັບ​ແຕ່​ວັນ​ທີ 4/7. ປະຈຸ​ບັນ, ຕຳຫຼວດ​ປະ​ເທດ​ນີ້​ໄດ້​ພ້ອມ​ແລ້ວ​ທີ່​ຈະ​ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ການ​ເລືອກ​ຕັ້ງ​ປະທາ​ນາ​ທະ​ບໍດີ​ໃນ​ວັນ​ທີ 9/7.

ຂ່າວ/ບົດ​ອື່ນ