ອີນໂດເນເຊຍ ຮັບປະກັນປອດໄພໃຫ້ແກ່ກອງປະຊຸມສຸດຍອດ APEC

ອີນໂດເນເຊຍ ຮັບປະກັນປອດໄພໃຫ້ແກ່ກອງປະຊຸມສຸດຍອດ APEC - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 29, ກັນຍາ, ກອງທັບ ​ແລະ ຕຳຫຼວດ​ອີນ​​ໂດ​ເນ​ເຊຍ ​ເລີ່​ມຜັນ​ຂະຫຍາຍ​ກຳລັງ ​ແລະ ​ເຄື່ອງ​ອຸປະກອນ ​ເພື່ອ​ຮັບ​ປະກັນ​ຄວາມປອດ​ໄ​ພ​ໃຫ້​ແກ່​ກອງ​ປະຊຸມ​ສຸດ​ຍອດ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ​ອາຊີ - ປາຊີ​ຝີ​ກ (APEC) ​ແລະ ບັນດາ​ກອງ​ປະຊຸມ​ທີ່​ກ່ຽວຂ້ອງ ​ເຊິ່ງດຳ​ເນີນ​ໄປ​ຢູ່​ເກາະ​ທ່ອງ​ທ່ຽວ ບາ​ລີ ຂອງ​ປະ​ເທດ​ນີ້​ໃນ​ຕົ້ນ​ອາທິດ​ໜ້າ.

        ຜູ້ນຳ​ໜ້າ​ອົງການ​ຕຳຫຼວດ​ບາ​ລີ, ນາຍພົນ Alberus Julius Benny Mokalu ຢັ້ງຢືນວ່າ ອີນ​ໂດ​ເນ​ເຊຍ ​ໄດ້​ຜັນ​ຂະຫຍາຍ​ກໍ່າ​ປັ່ນ​ສູ້​ຮົບ, ​ເຮືອບິນ​ສູ້​ຮົບ, ນາຍ​ທະຫານ, ຕຳຫຼວດ.. ​ເພື່ອ​ຮັບປະກັນ​ໃຫ້​ແກ່​ກອງ​ປະຊຸມ​ສຸດ​ຍອດ APEC ​ແລະ ບັນດາ​ກອງ​ປະຊຸມ​ທີ່​ກ່ຽວຂ້ອງ ​ເຊິ່ງຈະ​ດຳ​ເນີນ​ໄປ​ໃນ​ລະຫວ່າງ​ວັນ​ທີ 01 – 08 ຕຸລາ.​ ນາຍພົນ Mokalu ​ເນັ້ນ​ໜັກ​ວ່າ ທຸກ​ກຳລັງ​ຕຳຫຼວດ​ບາ​ລີ ​ໄດ້​ກຽມ​ພ້ອມສູ້​ຮົບຕະຫຼອດ​ວັນ ​ແອ​ລະ ຄືນ​ຢູ່ບັນ​ດາ​ສະຖານ​ທີ່​ຍຸດ​ທະ​ສາດ​ຄື​ທ່າ​ກໍ່າ​ປັ່ນ, ​ເສັ້ນທາງ​ຄວາມ​ໄວ​ສູງ ​ຫຼື​ ​ບໍລິ​ເວັນ​ຕ່າງໆ ຕິດ​ກັບ​​ແຂວງ​ອື່ນ.

ຂ່າວ/ບົດ​ອື່ນ