ກອງທັບ ອີຢິບ ໄດ້ເພີ່ມທະວີໃນແຫຼມ Sinai
(ພາບ: maltatoday.com.mt)
(vovworld) – ວັນທີ 29/10, ອີຢິບ ເລີ່ມສ້າງຕັ້ງເຂດປ້ອງກັນທີ່ມີຄວາມຍາວ 10 ກມ, ກ້ວາງ 500 ມ, ລຽບຕາມຊາຍແດນຕິດກັບເຂດກາຊາ ເພື່ອແນໃສ່ສະກັດກັ້ນບັນດາທະຫານກະບົດແຊກຊຶມ ແລະ ເຄື່ອນໄຫວຂາຍເຖື່ອນອາວຸດ. ແຜນການນີ້ໄດ້ຮັບການປະຕິບັດພາຍຫຼັງເກີດເຫດວາງລະເບີດສະຫຼະຊີບຢູ່ເຂດ Sinai ເຮັດໃຫ້ທະຫານ 30 ຄົນເສຍຊີວິດໃນວັນທີ 24/10. ຕາມວົງການເຈົ້າໜ້າທີ່ຂັ້ນສູງຜູ້ໜຶ່ງຢູ່ພາກເໜືອແຫຼມ Sinai ແລ້ວ, ເລື່ອງສ້າງຕັ້ງເຂດປ້ອງກັນຕິດກັບເຂດດິນແດນ ປາແລດສະຕີນ “ມີຄວາມໝາຍເປັນຕາຍສຳລັບຄວາມສະຫງົບ ແລະ ຄວາມສະຖຽນລະພາບແຫ່ງຊາດ”. ເພື່ອຜັນຂະຫຍາຍໂຄງການນີ້ຈະຕ້ອງທຳລາຍເຮືອນຊານ 800 ຫຼັງ. ບັນດາຕົວພະຍານຢູ່ເທດສະບານຊາຍແດນ Rafah ນີ້ໃຫ້ຮູ້ວ່າ: ໄດ້ເຫັນປະຈັກຕາສີບໆຄອບຄົວຕ້ອງຍ້າຍອອກຈາກບ່ອນຢູ່ອາໄສພ້ອມກັບລົດຂົນສົ່ງເຄື່ອງຂອງຫຼາຍລຳ ແລະ ບັນດາລົດດູດດິນໄດ້ເລີ່ມທຳລາຍເຮືອນຊານ. ກອງທັບ ອີຢີບ ກໍ່ໄດ້ມານະພະຍາຍາມທຳລາຍບັນດາເສັ້ນທາງໃຕ້ດິນທີ່ເຊື່ອມຕໍ່ກັບເຂດ ກາຊາ ຍ້ອນມີຄວາມວິຕົກວັງວົນວ່າບັນດາເສັ້ນທາງນີ້ຈະຖືກນຳໃຊ້ເຂົ້າໃນການຂົນສົ່ງອາວຸດເຖື່ອນ.