ອີ​ຣັກ ​ປະ​ກາດບັນ​ດາ​ກຳ​ລັງ​ຕໍ່​ສູ້​ສາ​ກົນ ກຳ​ລັງ​ຈະ​ຖອນ​ຕົວ​ອອກ​ຈາກ​ປະ​ເທດ​ນີ້

(VOVWORLD) -ຂັ້ນຕອນການຕີລາຄາ ແລະ ພິຈາລະຈາການຖອນກຳລັງຕໍ່ສູ້ອອກຈາກຖານທີ່ໝັ້ນກຳລັງໄດ້ຮັບການຜັນຂະຫຍາຍ ຕໍ່ໜ້າການເປັນສັກຂີພິຍານຂອງສື່ມວນຊົນຕ່າງໆ.
ອີ​ຣັກ ​ປະ​ກາດບັນ​ດາ​ກຳ​ລັງ​ຕໍ່​ສູ້​ສາ​ກົນ ກຳ​ລັງ​ຈະ​ຖອນ​ຕົວ​ອອກ​ຈາກ​ປະ​ເທດ​ນີ້ - ảnh 1ທ່ານພົນຈັດຕະວາ Tahsin al – Khafaji ໂຄສົກກອງບັນຊາການທະຫານບັ້ນຮົບຮ່ວມ (ພາບ: ina.iq)

ວັນທີ 22 ທັນວາ, ລັດຖະບານ ອີຣັກ ໄດ້ປະກາດວ່າ ບັນດາກຳລັງຕໍ່ສູ້ຂອງສຳພັນທະມິດສາກົນ ຈະຖອນອອກຈາກບັນດາຖານທີ່ໝັ້ນຂອງປະເທດນີ້. ທ່ານພົນຈັດຕະວາ Tahsin al – Khafaji ໂຄສົກກອງບັນຊາການທະຫານບັ້ນຮົບຮ່ວມ ໃຫ້ຮູ້ວ່າ ຂັ້ນຕອນການຕີລາຄາ ແລະ ພິຈາລະຈາການຖອນກຳລັງຕໍ່ສູ້ອອກຈາກຖານທີ່ໝັ້ນກຳລັງໄດ້ຮັບການຜັນຂະຫຍາຍ ຕໍ່ໜ້າການເປັນສັກຂີພິຍານຂອງສື່ມວນຊົນຕ່າງໆ.

        ບັນດາຝ່າຍທີ່ກ່ຽວຂ້ອງບັນລຸໄດ້ຂໍ້ຕົກລົງນີ້ ແລະ ຜູ້ໃຫ້ຄຳປຶກສາທີ່ຍັງເຫຼືອຢູ່ຖານທີ່ໝັ້ນກອງທັບອາກາດ Ain al – Assad ບໍ່ໃຫ້ກາຍ 9 ຄົນ.

        ເຈົ້າໜ້າທີ່ ອີຣັກ ຊີ້ໃຫ້ເຫັນວ່າ ໜ້າທີ່ຕົ້ນຕໍຂອງຜູ້ໃຫ້ຄຳປຶກສາແມ່ນໜູນຊ່ວຍກຳລັງ ອີຣັກ ໃນການຕໍ່ສູ້ຕ້ານການກໍ່ການຮ້າຍ ແລະ ໜູນຊ່ວຍທາງອາກາດຖ້າມີ ຄວາມຮຽກຮ້ອງ.

ງອກແທັກ, ນັກຂ່າວ VOV ປະຈຳ ອີຢິບ.

ຕອບກັບ

ຂ່າວ/ບົດ​ອື່ນ