ອີຣານຍົກອອກຂໍ້ສະເໜີແກ້ໄຂບັນຫານິວເຄຼຍກັບກຸ່ມP5+1

ອີຣານຍົກອອກຂໍ້ສະເໜີແກ້ໄຂບັນຫານິວເຄຼຍກັບກຸ່ມP5+1 - ảnh 1
ບັນ​ດາ​ລັດ​ຖະ​ມົນ​ຕ​ີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດກຸ່ມ P5+1 ແລະ ຜູ້​ຕາງ​ໜ້າ​ຂັ້ນ​ສູງ ອີ​ຢູ  Federica Mogherini (ກາງ)
(ພາບ: AFP/TTXVN)

(vovworld) – ຕາມ​ສຳ​ນັກ​ຂ່າວ​ສານ SANA ແລ້ວ, ​ວັນ​ທີ 8/7, ນັກ​ການ​ທູດ​ຂັ້ນ​ສູງ​ຜູ້​ໜຶ່ງ​ຂອງ​ປະ​ເທດນີ້ໃຫ້​ຮູ້​ວ່າ: ເຕ​ເຮ​ຣານ ໄດ້​ຍົກ​ອອກ “ບັນ​ດາ​ມາດ​ຕະ​ການ​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ” ເພື່ອ​ແກ​້​ໄຂ​ຄວາມບໍ່​ລົງ​ລອຍ​ກັນ​ໃນ​ການ​ເຈ​ລະ​ຈາ​ກັ​ບ​ກຸ່ມ P5+1 (ເຊິ່ງ​ລວມ​ມີ 5 ປະ​ເທດ​ກຳ​ມະ​ການ​ປະ​ຈຳ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ແມ່ນ ອັງ​ກິ​ດ, ຝ​ຣັ່ງ, ອາ​ເມ​ລິ​ກາ, ລັດ​ເຊຍ, ຈີນ ແລະ ເຢຍ​ລະ​ມັນ) ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ຂອງ ອີ​ຣ​ານ. ນັກ​ການ​ທູດ​ຜູ​້ນີ້​ຍອມ​ຮັບ​ວ່າ ອີ​ຣານ ໄດ້​ຍົກ​ອອກ​ບັນ​ດາ​ມາດ​ຕະ​ການ​ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​​ຜ່ານ​ຜ່າ​ບັນ​ດາ​ຄວາມບໍ່​ລົງ​ລອຍ​ກັນ​ທີ່​ຍັງ​ຄົງ​ຄ້າງແນ​ໃສ່ບັນ​ລຸ​ຂໍ້​ຕົກ​ລົງ​ຮອບ​ດ້ານ​ກັບ​ກຸ່ມ P5+1. ເຖິງ​ຢ່າງ​ໃດ​ກໍ​ຕາມ, ແຫຼ່ງ​ຂ່າວຢັ້ງ​ຢ​ືນ​ວ່າ: ບັນ​ດາ​ນັກ​ເຈ​ລະ​ຈາ ອີຣານ ຈະ​ບໍ່​ປ່ຽນ​ແປງ​ບັນ​ດາ “ຂໍ້​ກຳ​ນົດ​ແດງ”. ແຫຼ່ງ​ຂ່າວ​ດັ່ງ​ກ່າວ​ໄດ້​ຍົກ​ອອກ​ມາ​ໃນ​ສະ​ພາບ​ການ​ອີ​ຣານ ພວມ​ກະ​ຕຸກ​ຊຸກ​ຍູ້​ບັນ​ດາ​ປະ​ເທດ​ມະ​ຫາ​ອຳ​ນາດ​ໃນ​ໂລກ​ ຍຸບ​ເລີກ​ຄຳ​ສັ່ງ​ຂວ້ຳ​ບາດ​ດ້ານ​ອາ​ວຸດ​ຂ​ອງ ສ​ປ​ຊ ທີ່​ມີ​ຕໍ່ ເຕ​ເຮ​ຣານ, ເນັ້ນ​ໜັກ​ວ່າ: ນີ້​ແມ່ນ​ຮົ້ວ​ກີດ​ຂວາງ​ໃນ​ວິ​ວັດ​ການ​ເຈ​ລະ​ຈາ​ເພື່ອ​ບັນ​ລຸ​ຂໍ້​ຕົກ​ລົງ​ສຸດ​ທ້າຍ​ພາຍຫຼັງ​ບັນ​ດາ​ຝ່າຍ​ເຈ​ລະ​ຈາ​​ຕ້ອງ​ແກ່​ຍາວວິ​ວັດ​ການ​ເຈ​ລະ​ຈາ​ຕື່ມ​ອີກ 2 ວັນ.


ຂ່າວ/ບົດ​ອື່ນ