ອີຣານແລະກຸ່ມ P5+1 ຊຸກຍູ້ການ ປະຕິບັດຂໍ້ຕົກລົງ ດ້ານນິວເຄຼຍ
ທ່ານ Abbas Arqchi ຮອງລັດຖະມົນຕີການຕ່າງປະເທດອີຣານ
(ພາບ: azernews.az)
(vovworld)- ວັນທີ 1/12, ທ່ານ Abbas Arqchi ຮອງລັດຖະມົນຕີການຕ່າງປະເທດອີຣານ ໃຫ້ຮູ້ວ່າ: ບັນດາທູດພິເສດຂອງອີຣານ ແລະ ກຸ່ມ P5+1 (ຊື່ງລວມມີ 5 ປະເທດສະພາຄວາມໝັ້ນຄົງ ສປຊ ຄື: ອັງກິດ, ຝະລັ່ງ, ອາເມລິກາ, ລັດເຊຍ, ຈີນ ແລະ ເຢຍລະມັນ) ຈະຈັດການປະຊຸມໃນຕົ້ນອາທິດໜ້າເພື່ອເລີ່ມ ຕົ້ນການວາງແຜນກຳນົດບາດກ້າວເດີນຕ່າງໆເພື່ອແນໃສ່ປະຕິບັດຂໍ້ຕົກລົງ ຊື່ງຕາມນັ້ນແລ້ວ ອີຣານ ຈະຈຳກັດໂຄງການນິວເຄຼຍຂອງຕົນ ເພື່ອແລກເອົາເລື່ອງບັນດາປະເທດມະຫາອຳນາດໂຍະຍານບາງມາດຕະການລົງໂທດແນໃສ່ປະເທດນີ້. ຄາດວ່າ, ນັກການທູດຂັ້ນສູງຂອງສະຫະພາບເອີລົບ (EU) Helga Schmid ຈະຕິດຕໍ່ພົວພັນກັບອີຣານ ໃນອາທິດນີ້ ແລະ ບັນດາຜູ້ຊ່ຽວຊານຂອງສອງຝ່າຍອາດຈະດຳເນີນການເຈລະຈາຢູ່ເຊີແນວ ປະເທດສະວິດ ຫຼືວຽນ ປະເທດໂອຕາລິດ ໃນອາທິດໜ້າເພື່ອແນໃສ່ຊອກຫາກົນໄກປະຕິບັດຂໍ້ຕົກລົງດ້ານນິວເຄຼຍຊົ່ວຄາວ ຊື່ງອີຣານ ແລະ ກຸ່ມ P5+1 ບັນລຸໄດ້ຢູ່ເຊີແນວ ໃນວັນທີ 24/11 ຜ່ານມາ.