ອີຣານ ເພີ່ມການລົງທຶນໃຫ້ໂຄງການລູກສອນໄຟ

(VOVWORLD) - ວັນທີ 13 ສິງຫາ ສະພາແຫ່ງຊາດ ອີຣານ ໃນເບື້ອງຕົ້ນໄດ້ຮັບຮອງເອົາຮ່າງກົດໝາຍເພີ່ມງົບປະມານໃຫ້ໂຄງການລູກສອນໄຟຂອງ ເຕເຮຣານ ແລະ ໃຫ້ກຳລັງທະຫານພິທັກຮັກສາປະຕິວັດ ອີຣານ
 
ອີຣານ ເພີ່ມການລົງທຶນໃຫ້ໂຄງການລູກສອນໄຟ - ảnh 1ທ່ານປະທານສະພາແຫ່ງຊາດ ອີຣານ Ali Larijani ພາບ: AFP/TTXVN

ແນໃສ່ຕອບໂຕ້ບັນດາຄຳສັ່ງລົງໂທດໃໝ່ຂອງ ອາເມລິກາ ຕໍ່ປະເທດນີ້ໃນເດືອນກໍລະກົດ. ສະມາຊິກສະພາແຫ່ງຊາດສ່ວນຫລາຍໄດ້ເຫັນດີຕໍ່ເລື່ອງຈັດແບ່ງເງິນ 520 ລ້ານ USD ທີ່ສະຫງວນໃຫ້ການພັດທະນາໂຄງການລູກສອນໄຟກໍ່ຄືເພີ່ມທະວີບັນດາການເຄື່ອນໄຫວຂອງກຳລັງ Quds ຊຶ່ງແມ່ນກຳລັງພິທັກຮັກສາປະຕິວັດ ອີຮານ ສາຂາຢູ່ຕ່າງປະເທດ. Quds ໄດ້ຂະຫຍາຍອອກສູ່ສະໜາມຮົບຢູ່ ອີຣານ ແລະ ຊີຣີ. ຮ່າງກົດໝາຍດັ່ງກ່າວ ບໍ່ລະເມີດຂໍ້ຕົກລົງນິວເຄຼຍ ຊຶ່ງ ອີຣານ ເຊັນກັບກຸ່ມ P5 + 1 (ລວມມີ: ອັງກິດ, ຝຣັ່ງ, ລັດເຊຍ, ຈີນ, ອາເມລິກາ ແລະ ເຢຍລະມັນ) ປີ 2015. ສະພາແຫ່ງຊາດ ອີຣານ ຈະປະຊຸມຄືນໃໝ່ໃນອາທິດໜ້າ ເພື່ອປຶກສາຫາລືຮ່າງກົດໝາຍໃຫ້ລະອຽດ ແລະ ປ່ອນບັດຮັບຮອງເອົາເທື່ອທີ 2 ກ່ອນທີ່ຈະຍື່ນສະເໜີຕໍ່ອົງການສາສະໜາກຳອຳນາດ ເພື່ອຮັບຮອງເອົາເທື່ອສຸດທ້າຍ ແລະ ປະກາດໃຊ້ເປັນກົດໝາຍ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ