(ພາບປະກອບ)
(vovworld) - ວັນທີ 20/05, ອີຣານ ເລີ່ມຜະລິດລະບົບລູກສອນໄຟປ້ອງກັນອາກາດໃໝ່ຫຼາຍຊະນິດທີ່ມີຄວາມສາມາດຍິງເຮືອບິນລະດັບຕໍ່າ. ທ່ານລັດຖະມົນຕີປ້ອງກັນປະເທດອີຣານ Ahmad Vahidi ໃຫ້ຮູ້ວ່າ ລະບົບລູກສອນໄຟໃໝ່ນີ້ມີຊື່ວ່າ “Herz - 9” ຫຼື “Talisman - 9” ຕາມພາສາອີຣານ, ເຊິ່ງໄດ້ປະກອບລົດຂົນສົ່ງລູກສອນໄຟສະເພາະ, ສາມາດເຄື່ອນຍ້າຍໃນຕອນກາງຄືນ. ນີ້ແມ່ນລະບົບປ້ອງກັນອາກາດເຄື່ອນທີມີຄວາມສາມາດຮັບສັນຍານອັດຕະໂນມັດ ແລະ ບຸກໂຈມຕີບັນດາເຮືອບິນລະດັບຕໍ່າ.
ກ່ອນໜ້ານັ້ນ, ກໍ່ໃນເດືອນ 5, ອີຣານ ໄດ້ໂຄສະນາເຮືອບິນບໍ່ມີຄົນຂັບ (UAV) ໂດຍອີຣານ ຜະລິດເອງທີ່ມີຊື່ວ່າ “Hamaseh”, ເຮືອບິນດັ່ງກ່າວສາມາດສອດແນມ ແລະ ບຸກໂຕມຕີດ້ວຍລູກສອນໄຟ. ນີ້ກໍ່ແມ່ນເຮືອບິນສາມາດບິນໄປໄກ ແລະ ບິນສູງກວ່າໝູ່ໂດຍປະເທດນີ້ຜະລິດເອງ.