ອະດີດປະທານປະເທດ ຫງວຽນມິງຈຽດ ຢ້ຽມຢາມສະມາຄົມສາມັກຄີພະສົງຮັກຊາດແຂວງຊອກຈັງ
|
(vovworld) - ວັນທີ 18/1 ອະດີດປະທານປະເທດ ຫງວຽນມິງຈຽດ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຊອກຈັງ. ເມື່ອເຮັດວຽກກັບການນຳແຂວງຊອກຈັງ, ອະດີດປະທານປະເທດ ຫງວຽນມິງຈຽດ ສະແດງຄວາມປາຖະໜາວ່າ, ຊອກຈັງ ສືບຕໍ່ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງ, ແຫຼ່ງຊັບພະຍາກອນມະນຸດທີ່ມີຢູ່ແລ້ວຂອງທ້ອງຖີ່ນ, ຜ່ານການລົງທຶນ, ໜູນຊ່ວຍໂຄງການຕ່າງໆຂອງສູນກາງ:
“ຊີວິດຂອງປະຊາຊົນໄດ້ຮັບການປັບປຸງ, ພັກ, ລັດເອົາໃຈໃສ່ເຖິງການລົບລ້າງຄວາມອຶດຫີວ ຫຼຸດຜ່ອນຄວາມທຸກຍາກ, ດັ່ງນັ້ນ, ເຖິງວ່າຍັງທຸກຍາກ ແຕ່ລູກຫຼານມີເຄື່ອງກິນຂອງຢູ່ ແລະ ໄດ້ໄປຮຽນ, ນັ້ນແມ່ນຄວາມມ່ວນຊື່ນຂອງພວກເຮົາແລ້ວ. ພິເສດ, ແມ່ນຊີວິດຂອງຊາວເຜົ່າຂະແມ ນັບມື້ນັບໄດ້ຮັບການປັບປຸງ ແລະ ມີຄວາມສາມັກຄີກັກວ່າ.“
ອະດີດປະທານປະເທດ ຫງວຽນມິງຈຽດ ຍັງໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ສະມາຄົມສາມັກຄີພະສົງຮັກຊາດແຂວງຊອກຈັງ; ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ບັນດາພະນັກງານປະຕິວັດຜູ້ອາວຸໂສ ແລະ ບາງວິສາຫະກິດໃນແຂວງອີກ.